ທີມຊາດຝຣັ່ງ ແຊ້ມໂລກຄັ້ງຫລ້າສຸດ 2018 ລອດພົ້ນຈາກການຕົກຊັ້ນ ຢູຟ້າ ເນຊັ່ນລີກ ລະດູການ 2022-23 ເຖິງວ່າບຸກເສຍໃຫ້ ເດັນມາກ (ດານມາກ) 0-2 ການແຂ່ງຂັນນັດສຸດທ້າຍ ນັດທີ 6 ຂອງລີກ A ກຸ່ມທີ 1 ໃນຄືນວັນທີ 25 ກັນຍາຜ່ານມາ, ເດັນມາກ ໄດ້ປະຕູຈາກ ແຄັສເປີ ໂດເບີກ ສູນໜ້າຈາກເຊບີຢ້າ ນາທີ 34‘ ແລະ ອັງເດຣ ສະກັອຟ ໂອເຊັ້ນ ປີກຈາກຄລັບບຣູດຈ໌ນາທີ 39′.
ຂະນະທີ່ ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ໂຄຣເອເຊຍ ບຸກຊະນະ ອັອສເຕຍ (ໂອຕຣິດ) 3-1 ຈົບການແຂ່ງຂັນ 6 ນັດທຸກທີມ ໂຄຣເອເຊຍ ໄດ້ອັນດັບໜຶ່ງຂອງກຸ່ມ ມີ 13 ຄະແນນ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ທີມຊາດເດັນມາກ 12 ຄະແນນ, ຂະນະທີ່ ຝຣັ່ງ ມີ 5 ຄະແນນ ຈົບທີສາມຂອງກຸ່ມ ລອດຕົກຊັ້ນ ສ່ວນ ໂອຕຣິດ ມີ 4 ຄະແນນ ຕົກຊັ້ນໄປຫລິ້ນ ລີກ B ໃນລະດູການໜ້າ.
Photo: Équipe de France de Football, EURO 2024