ລຸຍ ຟານເກົາ ພາ ທີມຊາດເນເທີແລນ ຟອມດີຕໍ່ເນື່ອງ! ບຸກຊະນະ ເບວຢ້ຽມ 1-0 ເຂົ້າຮອບ 4 ທີມ ຢູຟ້າ ເນຊັ່ນລີກ 2022-23

ການແຂ່ງຂັນເຕະບານ ຢູຟ້າ ເນຊັ່ນລີກ ລະດູການ 2022-23 ນັດທີ 6 ນັດສຸດທ້າຍຂອງລີກ A ກຸ່ມທີ 4 ໃນຄືນວັນທີ 25 ກັນຍາຜ່ານມາ, ທີມຊາດເນເທີແລນ (ໂຮນລັງ) ພາຍໃຕ້ການຄຸມທີມຂອງ ລຸຍ ຟານເກົາ ອະດີດຄູຝຶກ ແມນເຊັສເຕີ ຢູໄນເຕັດ ສືບຕໍ່ພາທີມຜົນງານດີຕໍ່ເນື່ອງ ເປີດບ້ານເອົາຊະນະ ເບວຢ້ຽມ (ແບນຊິກ) ແບບຫວຸດວິດ 1-0 ຈາກປະຕູໄຊຂອງຫົວໜ້າທີມ ເວີຈິວ ຟານໄດ໋ ກອງຫລັງລີເວີພູລ ນາທີ 73‘ ກາຍເປັນປະຕູທີ 6 ຈາກການຮັບໃຊ້ທີມຊາດ 49 ນັດ.

+ ລຸຍ ຟານເກົາ ພາທີມຊາດໂຮນລັງ ຊະນະ ແບນຊິກ ສອງນັດຊ້ອນ ໃນຮອບ 25 ປີ ຕໍ່ຈາກປີ 1997 ໃນຍຸກການຄຸມທີມຂອງ ກຸດ ຮິດດິ້ງ, ຟານເກົາ ເຂົ້າມາຄຸມ ໂຮນລັງ ເປັນເທື່ອທີສອງ ຕໍ່ຈາກປີ 2012-2014 ຄຸມທີມເທື່ອນີ້ 15 ນັດ ຍັງບໍ່ເສຍ ຊະນະ 11 ສະເໝີ 4.

+ ແບນຊິກ ຍິງປະຕູບໍ່ໄດ້ນັດທຳອິດໃນ 50 ນັດຫລັງສຸດ.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ທີມຊາດໂປແລນ (ໂປໂລຍ) ບຸກຊະນະ ທີມຊາດເວວ 1-0 ຈົບການແຂ່ງຂັນ 6 ນັດທຸກທີມ ໂຮນລັງ ຄວ້າອັນດັບໜຶ່ງຂອງກຸ່ມ ມີ 16 ຄະແນນ ເຂົ້າຮອບ 4 ທີມຕໍ່ໄປ, ທີມຊາດແບນຊິກ ມີ 10 ຄະແນນ, ໂປໂລຍ ມີ 7 ຄະແນນ. ສ່ວນ ເວວ ມີ 1 ຄະແນນ ທີມຊາດເວວຕົກຊັ້ນໄປຫລິ້ນໃນລີກ B ລະດູການໜ້າ.

Photo: OnsOranje, EURO 2024

Leave a Reply

Your email address will not be published. Required fields are marked *