ເຕະບານຊາຍ ທີມຊາດລາວຊຸດໃຫຍ່ ຍັງບໍ່ສາມາດເອົາຊະນະ ທີມຊາດເມົາດິບ (ມານດິວ) ຈາກການພົບກັນ 4 ຫລັງສຸດ, ຫລ້າສຸດ ປະລາໄຊໃຫ້ ເມົາດິບ 1-3 ໃນວັນທີ 24 ກັນຍາຜ່ານມາ ທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນນະຄອນຫລວງ Bandar Seri Begawan ປະເທດບຣູໄນ.
ເມົາດິບ ຍິງນຳກ່ອນຈາກ ຮັສຊານ ຣາອິຟ ອາເໝັດ ນາທີ 11′ ແຕ່ທ້າຍເຄິ່ງເວລາທີໜຶ່ງ ທີມຊາດລາວ ໄລ່ຕີສະເໝີຈາກ ບຸນພະຈັນ ບຸນກອງ ນາທີ 43′, ມາເຄິ່ງຫລັງ ອີບຣາຮິມ ວາຮີດ ຮັສຊານ ນາທີ 60′ ແລະ ຮຸສເຊັນ ນີຮານ ນາທີ 68′ ເມົາດິບ ເພີ່ມສະຖິຕິຊະນະທີມຊາດລາວ ເປັນນັດທີ 3 ຈາກການພົບກັນ 4 ນັດຫລັງສຸດ ກ່ອນໜ້ານີ້ ປີ 2016 ເມົາດິບ ຊະນະ ລາວ 4-1 ແລະ ສະເໝີ 1-1, ປີ 2014 ເມົາດິບ ຊະນະ ລາວ 7-1.
ນັດຕໍ່ໄປ ທີມຊາດລາວ ຈະພົບກັບ ເຈົ້າພາບ ບຣູນໄນ ໃນວັນທີ ກັນຍານີ້ ເວລາ 15:00 ຕາມເວລາໃນປະເທດລາວ ເຊິ່ງຊ້າກວ່າ ບຣູໄນ ໜຶ່ງຊົ່ວໂມງ ຈະແຂ່ງຢູ່ສະໜາມ Track and Field Hassanal Bolkiah Sports Complex, ໃນນະຄອນຫລວງ Bandar Seri Begawan ປະເທດບຣູໄນ. ລາວ ແລະ ບຣູໄນ ພົບກັນ 11 ນັດກ່ອນໜ້ານີ້ ທີມຊາດລາວ ຊະນະເຖິງ 10 ຄັ້ງ ແລະ ສະເໝີ 1 ຄັ້ງ.
ມາຮ່ວມສົ່ງແຮງໃຈໃຫ້ທີມຊາດລາວ ໃຫ້ມີຜົນງານທີ່ດີກັບທີມຊາດບຣູໄນ ລາວສູ້ໆ!!
Photo: LaoFF