ຣາຊາຊຸດຂາວ ຣຽວ ມາດຣິດ ແຊ້ມເກົ່າ ຢູຟ້າ ແຊ້ມປ້ຽນລີກ ລະດູການຜ່ານມາ ທັງເປັນແຊ້ມສູງສຸດ 14 ສະໄໝ ມີໂອກາດຢູ່ຮ່ວມກຸ່ມກັບ ຫົງແດງ ລີເວີພູລ ຮອງແຊ້ມລະດູການຜ່ານມາ ການຈັບສະຫລາກ ຮອບແບ່ງກຸ່ມ ລະດູການໃໝ່ 2022-23 ໃນວັນທີ 25 ສິງຫານີ້.
ໂດຍ ຣຽວ ມາດຣິດ ໃນຖານະແຊ້ມເກົ່າ ເປັນທີມວາງຢູ່ໂຖທີ 1 ເຊັ່ນດຽວກັບ ໄອແທັກ ແຟັງເຟີດ ຈາກເຢຍລະມັນ ທີມແຊ້ມ ຢູໂຣປ້າລີກ ລະດູການຜ່ານມາ, ລວມທັງ ແຊ້ມລີກອີກ 6 ທີມເຊັ່ນ: ແມນເຊັສເຕີ ຊິຕີ້, ບາເຢິນ ມິວນິກ, ປາຣີ ແຊັງແຊກແມັງ, ເອຊີ ມິລານ, ອາແຈັກ ແລະ ປໍຣໂຕ້.
ໂຖທີ 2 ປະກອບມີ: ລີເວີພູລ ຮອງແຊ້ມລະດູການຜ່ານມາ, ເຊວຊີ, ບາຣເຊໂລນ້າ, ຢູເວັນຕຸສ, ແອັດເລຕິໂກ້ ມາດຣິດ, ຢູເວັນຕຸສ, ເຊບີຢ້າ, ສະເປີ ແລະ ອາຣແບ ໄລຊິກ.
ໂຖທີ 3 ມີ: ໂບຣຸສເຊຍ ດັອດມຸນ, ເຊົາບວກ, ຊັກຕ້າ ໂດເນັດ, ອິນເຕີ ມິລານ, ນາໂປລີ, ເບັນຟີກ້າ, ສະປອດຕິ້ງ ລິສບ້ອນ ແລະ ໄບເອີ ເລເວີຄູເຊັນ.
ໂຖທີ 4 ປະກອບມີ: ແຣນເຈີ, ດີນາໂມ ຊາເກັບ, ໂອລິມປິກ ມາກເຊີຍ, ເອຟຊີ ໂຄເປັນຮາເກັນ, ຄລັບບຣູດຈ໌, ເຊວຕິກ, ວິກຕໍເຣຍ ພິວເຊັນ ແລະ ແມັກຄາບີ້ ໄຮຟາ. ທີມທີ່ຢູ່ໂຖດຽວກັນ ຈະບໍ່ພົບກັນ ແລະ ທີມທີ່ຢູ່ລີກດຽວກັນຈະບໍ່ພົບກັນ ໃນຮອບແບ່ງກຸ່ມ.