ໂຈວານນີ້ ຟານ ບຣອງໂຮສ ອະດີດນັກເຕະທີມຊາດເນເທີແລນ (ໂຮນລັງ) ພາສະໂມສອນ ແຣນເຈີ ທີມດັງຈາກລີກສູງສຸດສະກັອດແລນ ບຸກຊະນະ ສະໂມສອນ ພີເອັສວີ ໄອໂຮເຟັນ ທີມດັງຈາກລີກໂຮນລັງ ທີ່ມີ ຮຸດ ຟານ ນິສເທວຣອຍ ອະດີດສູນໜ້າ ແມນເຊັສເຕີ ຢູໄນເຕັດ ແລະ ທີມຊາດໂຮນລັງຄຸມທີມ ແບບຫວຸດວິດ 1-0 ຈາກປະຕູໂທນຂອງ ອັນໂຕນີໂອ ໂຄລັກ ນາທີ 60′ ລວມຜົນສອງນັດ ແຣນເຈີ ຊະນະ 3-2 ຜ່ານຮອບເພອັອຟ ເຂົ້າສູ່ຮອບແບ່ງກຸ່ມ ຢູຟ້າ ແຊ້ມປ້ຽນລີກ ອີກຄັ້ງໃນຮອບ 11 ປີ.
ໂຈວານນີ້ ຟານ ບຣອງໂຮສ ແລະ ຮຸດ ຟານ ນິສເທວຣອຍ ເປັນເພື່ອນຮ່ວມທີມຊາດໂຮນລັງລຸ້ນລາວຄາວດຽວກັນ, ໂຈວານນີ້ ຟານ ບຣອງໂຮສ ມາຄຸມ ແຣນເຈີ ແທນທີ່ ສະຕີເວັນ ເຈີຣາດ ໃນທ້າຍປີຜ່ານມາ ແລະ ພາທີມເຂົ້າຊິງບານເອີຣົບ ຢູໂຣປ້າລີກ ຄັ້ງທຳອິດ ໃນຮອບ 14 ປີ. ຂະນະທີ່ ຮຸດ ຟານ ນິສເທວຣອຍ ຫາກໍກ້າວສູ່ການເປັນຜູ້ຈັດການທີມເຕັມໂຕໃນປີຜ່ານມາ ແລະ ໄດ້ໂອກາດຄຸມ ພີເອັສວີ ໄອໂຮເຟັນ ຄັ້ງທຳອິດ ເຊິ່ງເປັນທີມທີ່ເຄີຍປຸກປັ້ນຕົນເອງສະໄໝເປັນນັກກິລາ.
ສຳລັບ 6 ທີມທີ່ຜ່ານການເພອັອຟ ແຊ້ມປ້ຽນລີກ ລະດູການໃໝ່ 2022-23 ປະກອບມີ: ແຮນເຈີ ຈາກສະກັອດແລນ, ເບັນຟີກ້າ ຈາກປັອກຕຸຍການ, ວິກຕໍເຣຍ ພິວເຊັນ ຈາກສາທາລະນະລັດເຊັກ, ດີນາໂມ ຊາເກັບ ຈາກໂຄຣເອເຊຍ, ເອຟຊີ ໂຄເປັນຮາເກັນ ຈາກເດັນມາກ ແລະ ແມັກຄາບີ ໄຮຟາ ຈາກອິດສະຣາແອນ.
Photo: Rangers FC