ເນມາຣ ໄດ້ສຳຜັດກັບ ເອເອັຟຊີ ແຊ້ມປ້ຽນລີກ ຄັ້ງທຳອິດ ຊ່ວຍ ອາວ ຮີລານ ໄລ່ຕີສະເໝີທີມຢາມທ້າຍເກມ

ເນມາຣ ສູນໜ້າທີມຊາດເບຣຊິນ ໄວ 31 ປີ ໄດ້ສຳຜັດກັບການແຂ່ງຂັນ ເອເອັຟຊີ ແຊ້ມປ້ຽນລີກ ຄັ້ງທຳອິດ ກັບສັງກັດໃໝ່ ອາວ ຮີລານ ທີມດັງໃນລີກສູງສຸດຂອງ ຊາອຸດິອາຣາເບຍ ນັດເປີດສະໜາມຮອບແບ່ງກຸ່ມລະດູການໃໝ່ ທີ່ຕົ້ນສັງກັດເປີດບ້ານສະເໝີກັບ ນາຟບາຮໍ ນ້ອງໃໝ່ຈາກອຸສເບກິສຖານ 1-1.

ເນມາຣ ໄດ້ເປັນຕົວຈິງ ແລະ ໄດ້ຫລິ້ນຈົນຈົບເກມ ສາມາດກົດດັນປັ່ນປ່ວນເກມຮັບຂອງຄູ່ຕໍ່ສູ້ຫລາຍສົມຄວນ ແຕ່ຫາຈັງຫວະຍິງປະຕູລຳບາກ ຍ້ອນຖືກຈັບເປັນພິເສດ ເຊິ່ງເກມນີ້ ທີມຢາມໄດ້ປະຕູນຳກ່ອນນາທີ 52′ ແຕ່ເຈົ້າບ້ານທວງຄືນໄລຍະຕໍ່ເວລາບາດເຈັບທ້າຍເກມ ນາທີ 90+10′ ຈາກກອງຫລັງຊາວຊາອຸ: ອາລີ ອາວ ບູໄລຮີ ໄດ້ໜຶ່ງຄະແນນແບບຫວຸດວິດ.

ເນມາຣ ຍ້າຍຈາກ ປາຣີ ແຊັງແຊກແມັງ ມາຢູ່ກັບ ອາວ ຮີລານ ໃນວັນທີ 15 ສິງຫາຜ່ານມາ ດ້ວຍຄ່າໂຕປະມານ 90 ລ້ານເອີໂຣ ເຊັນສັນຍາ 2 ປີ ຫາກໍລົງຫລິ້ນ 2 ນັດ ຈັດ 2 ແອັສຊິດ. ນັດຕໍ່ໄປ ເນມາຣ ຈະພາທີມໄປຢາມ ດາມັກ ໃນເກມລີກຊາອຸດິ ວັນທີ 21 ກັນຍານີ້.

Photo: نادي الهلال السعودي – AlHilal Saudi Club

Leave a Reply

Your email address will not be published. Required fields are marked *