ທີມຍິງທີມຊາດລາວ ເສຍໃຫ້ ເລບານອນ 1-4 ເຕະບານລາຍການພິເສດທີ່ ຊາອຸດິອາຣາເບຍ

ການແຂ່ງຂັນເຕະບານຍິງ ລາຍການພິເສດ Women’s International Friendly Tournament 2023 ທີ່ເມືອງທາອິຟ ປະເທດຊາອຸດິອາຣາເບຍ ລະຫວ່າງວັນທີ 18-30 ກັນຍາ 2023 ທີມຍິງທີມຊາດລາວຊຸດໃຫຍ່ ລົງແຂ່ງຂັນນັດທຳອິດຂອງກຸ່ມ B ເສຍໃຫ້ ເລບານອນ (ລີບັງ) 1-4 ເຄິ່ງເວລາທີໜຶ່ງ ລີບັງ ນຳ 1-0 ເຄິ່ງຫລັງມາໄດ້ອີກ 3 ປະຕູ, ສ່ວນທີມຊາດລາວໄດ້ໜຶ່ງປະຕູທ້າຍເກມຈາກ ຈິນດາ ສີຫາລາດ ນາທີ 81′.

ນັດຕໍ່ໄປ ທີມຍິງທີມຊາດລາວ ຈະພົບກັບ ພູຖານ ວັນທີ 24 ກັນຍາ 2023 ເວລາ: 21:30 ທີ່ສະໜາມເດີມ King Fahd Sport City ທີມຊາດລາວ ຕ້ອງການຊະນະ ເພື່ອເຂົ້າຮອບຮອງຊະນະເລີດ.

ສຳລັບລາຍການນີ້ ມີ 6 ປະເທດເຂົ້າຮ່ວມ, ແບ່ງອອກເປັນ 2 ກຸ່ມ, ກຸ່ມ A ປະກອບມີ: ເຈົ້າພາບ ຊາອຸດິອາຣາເບຍ, ມາເລເຊຍ, ປາກິສຖານ ແລະ ກຸ່ມ B ມີ : ເລບານອນ (ລີບັງ), ບູຖານ ແລະ ທີມຊາດລາວ. ຮູບແບບການແຂ່ງຂັນພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງກຸ່ມ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ.

Photo: Lao FF

Leave a Reply

Your email address will not be published. Required fields are marked *