ພຸດສະຫວັນ ກຳມະການຕັດສິນ 1 ດຽວຈາກລາວ ໄດ້ຮ່ວມຕັດສິນເຕະບານໃນ ເອຊຽນເກມ ຄັ້ງທີ 19

ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນລະດັບສູງຂອງສະຫະພັນບານເຕະສາກົນ ຫລື FIFA Elite ໄດ້ຮັບການຄັດເລືອກຈາກສະຫະພັນບານເຕະອາຊີ (AFC) ໃຫ້ເຂົ້າຮ່ວມຕັດສິນໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ19 ທີ່ຫາງໂຈວ່, ສປ ຈີນ ໃນລະຫວ່າງວັນທີ 19 ກັນຍາ – 7 ຕຸລາ 2023 ກາຍເປັນຜູ້ຕັດສິນຍິງ 1 ດຽວຈາກລາວ ແລະ ເປັນຄັ້ງທຳອິດຂອງ ພຸດສະຫວັນ ໄດ້ຮ່ວມຕັດສິນເຕະບານໃນ ເອຊຽນເກມ ຄັ້ງນີ້.

ກ່ອນໜ້ານີ້ ພຸດສະຫວັນ ໄດ້ໄປຮ່ວມຕັດສິນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ກຸ່ມ D ທີ່ປະເທດຈໍແດນ (ຊັອກດານີ້) ໃນວັນທີ 6-12 ມີນາ 2023, ກາຍເປັນກຳມະການຕັດສິນຍິງລາວຄົນທຳອິດ ໄດ້ຖືກຄັດເລືອກໃຫ້ຮ່ວມຕັດສິນລາຍການນີ້ ແລະ ລະດັບທະວີບອາຊີ.

Photo: Lao FF

 

 

Leave a Reply

Your email address will not be published. Required fields are marked *