ອີຣານ ຊະນະ ອູຣູໄກວ ຄັ້ງທຳອິດ! ສ້າງຄວາມໝັ້ນໃຈກ່ອນລຸຍ ບານໂລກ 2022

ທີມຊາດອີຣານ ທີມເບີໜຶ່ງຂອງທະວີບອາຊີ ສາມາດເອົາຊະນະ ທີມຊາດອູຣູໄກວ ອະດີດແຊ້ມໂລກ 1 ສະໄໝ ທີມລະດັບແຖວໜ້າຂອງໂລກ 1-0 ໃນວັນທີ 23 ກັນຍາຜ່ານມາ ໄດ້ປະຕູໄຊຈາກຕົວສຳຮອງ ເມດີ້ ຕາເຣມີ້ ສູນໜ້າຈາກສະໂມສອນ ປໍຣໂຕ້ ທີມຊັ້ນນຳໃນລີກສູງສຸດຂອງປັອກຕຸຍການ ນາທີ 79′ ຊ່ວຍທີມຄວ້າໄຊຊະນະຈາກທີມຊາດອູຣູໄກວຄັ້ງທຳອິດ ຈາກການພົບກັນສອງຄັ້ງ, ຄັ້ງທຳອິດຈົບດ້ວຍຜົນສະເໝີ.

ທີມຊາດອີຣານຊຸດນີ້ ຄຸມທີມໂດຍ ຄາລັອສ ເກຣັອສ ຄູຝຶກຊາວປັອກຕຸຍການ ອະດີດຜູ້ຊ່ວຍ ເຊີ ອາເລັກ ເຟີກູສັນ ເຊິ່ງກັບມາຄຸມທີມຮອບທີສອງ ຕໍ່ຈາກປີ 2011-2019 ເປັນນັດແລກແຮກໝານໃນການຄຸມທີມຮອບສອງຂອງຄູຝຶກປະສົບການສູງໄວ 69 ປີ ສ້າງຄວາມໝັ້ນໃຈກ່ອນລຸຍ ບານໂລກ 2022, ນັດຕໍ່ໄປ ທີມຊາດອີຣານ ຈະພົບກັບ ທີມຊາດເຊເນການ ແລະ ອູຣູໄກວ ຈະພົບກັບ ການາດ້າ ໃນວັນທີ 27 ກັນຍານີ້.

Photo: Reuters

Leave a Reply

Your email address will not be published. Required fields are marked *