ຝ່າຍຈັດການແຂ່ງຂັນເຕະບານລີກສູງສຸດຂອງ ສະຫະລັດ ອາເມຣິກາ ຫລື ເມເຈີລີກ ຊັອກເກີ ປະກາດໄລ່ ມັດໂກ້ ມິວເຈວິກ ກອງກາງ ໄວ 22 ປີ ຊາວອາເມຣິກາ ເຊື້ອສາຍ ບັອສນ້ຽນ ແລະ ໂຄຣແອັດ ອອກຈາກລີກ ຍ້ອນຈົງໃຈໃສ່ຊື່ປອມລົງແຂ່ງຂັນກັບທີມອື່ນນອກສັງກັດຂອງຕົນ.
ມັດໂກ້ ມິວເຈວິກ ສືບພົບວ່າ: ໄປຫລິ້ນໃຫ້ກັບສະໂມສອນເພື່ອນຮັກ ເຊິ່ງເປັນທີມສະໝັກຫລິ້ນນອກ ເມເຈີລີກ ຊັອກເກີ ໂດຍບໍ່ໄດ້ຮັບອະນຸຍາດຈາກຕົ້ນສັງກັດ ມອນເທໂອ້ ມິວເຈວິກ ໃສ່ຊື່ປອມ ຍ້ອນຢາກລົງຫລິ້ນ ເພາະຢູ່ກັບຕົ້ນສັງກັດ ມອນເທໂອ້ ສ່ວນຫລາຍເປັນຕົວສຳຮອງ, ຕໍ່ມາ ມິວເຈວິກ ກໍສະແດງພຶດຕິກຳຮຸນແຮງ ຊົກຄູ່ຕໍ່ສູ້ ຈຶ່ງຖືກລົງໂທດຕະຫລອດຊີວິດ, ເຊິ່ງການກະທຳແບບນີ້ ຖືວ່າຜິດກົດລະບຽບຊັດເຈນ, ເຮັດໃຫ້ສະໂມສອນ ມອນເທໂອ້ ລົງໂທດ ມິວເຈວິກ ໂດຍບໍ່ມີກຳນົດ, ສ່ວນ ເມເຈີລີກ ຊັອກເກີ ກໍໄລ່ພົ້ນອອກຈາກລີກ.
ມັດໂກ້ ມິວເຈວິກ ຍ້າຍຈາກລີກອາເຈນຕິນ້າ (ອາກຊັງຕິນ) ມາຢູ່ກັບ ມອນເທໂອ້ ໃນປີ 2021 ໄດ້ລົງຫລິ້ນ 35 ນັດໃນເກມລີກ ເປັນຕົວຈິງພຽງ 8 ນັດ, ຍິງ 2 ປະຕູ 2 ແອັສຊິດ. ສະເພາະລະດູການນີ້ ໄດ້ລົງຫລິ້ນພຽງ 8 ນັດ ລວມ 124 ນາທີ.
Photo: CF Montréal