ງານມະຫະກຳກິລາທີ່ໃຫຍ່ທີ່ສຸດໃນທະວີບອາຊີ ຫລື ເອຊຽນເກມ ຄັ້ງທີ 19 ທີ່ຫາງໂຈວ່ ປະເທດຈີນ ຈະໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 23 ກັນຍາ – 8 ຕຸລາ 2023 ນີ້ ເຊິ່ງເປັນຄັ້ງທີ 3 ທີ່ ສປ ຈີນ ໄດ້ຮັບກຽດເປັນເຈົ້າພາບ ຕໍ່ຈາກ ປີ 1990 ທີ່ນະຄອນຫລວງປັກກິ່ງ ແລະ ປີ 2010 ທີ່ກວາງໂຈວ່.
ຄັ້ງນີ້ ເມືອງເຈົ້າພາບ ໄດ້ກຽມ 44 ສະໜາມກິລາຮອງຮັບໃຫ້ແກ່ການແຂ່ງຂັນ 40 ປະເພດກິລາ 481 ລາຍການ, ສະເພາະກິລາບານເຕະ ໜຶ່ງໃນກິລາຍອດນິຍົມໃນງານເອຊຽນເກມ ເຈົ້າພາບຈັດ 9 ສະໜາມໄວ້ຮອງຮັບການແຂ່ງຂັນ ທັງທີມຍິງ ແລະ ທີມຊາຍ ໂດຍປະກອບມີດັ່ງນີ້:
📍 ສະໜາມກິລາ Hangzhou Sports Park ບັນຈຸຜູ້ຊົມໄດ້ : 80,000 ຄົນ ເປັນສະໜາມໃຫຍ່ທີ່ສຸດໃນຫາງໂຈວ່ ຈະຮອງຮັບຮອບຊິງຫລຽນຄຳ ທີມຍິງ ແລະ ທີມຊາຍ.📍ສະໜາມກິລາ Huanglong Sports Centre ບັນຈຸຜູ້ຊົມໄດ້ : 51,971 ຄົນ. 📍 ສະໜາມກິລາ Linping Sports Centre ບັນຈຸຜູ້ຊົມໄດ້ : 10,200) ຄົນ 📍 ສະໜາມກິລາ Shangcheng Sports Centre ບັນຈຸຜູ້ຊົມໄດ້ : 13,500 ຄົນ 📍 ສະໜາມກິລາ Xiaoshan Sports Centre ບັນຈຸຜູ້ຊົມໄດ້ : 10,118 ຄົນ 📍 ສະໜາມກິລາ Jinhua Sports Centre ບັນຈຸຜູ້ຊົມໄດ້ : 29,800 ຄົນ 📍 ສະໜາມກິລາ Zhejiang Normal University East ບັນຈຸຜູ້ຊົມໄດ້ : 12,273 ຄົນ 📍 ສະໜາມກິລາ Wenzhou Olympic Sports Centre ບັນຈຸຜູ້ຊົມໄດ້ : 30,000 ຄົນ 📍 ສະໜາມກິລາ Wenzhou Sports Centre ບັນຈຸຜູ້ຊົມໄດ້ : 18,000 ຄົນ.
ກິລາບານເຕະຍິງ ໃນງານເອຊຽນເກມຄັ້ງນີ້ ມີ 16 ທີມເຂົ້າຮ່ວມ, ເຕະບານຊາຍ ມີ 23 ທີມ, ສຳລັບທີມຊາດລາວ ບໍ່ໄດ້ສົ່ງເຂົ້າຮ່ວມແຂ່ງຂັນ.
ການແຂ່ງຂັນກິລາບານເຕະຍິງ-ຊາຍ ງານເອຊຽນເກມຄັ້ງທີ 19 ແມ່ນເລີ່ມແຂ່ງຂັນກ່ອນມື້ເປີດງານທາງການຄືວັນທີ 19 ກັນຍາ ແລະ ຈະສຳເລັດໃນວັນທີ 7 ຕຸລາ 2023. ແຊ້,ເກົ່າທີມຍິງແມ່ນ ຍີ່ປຸ່ນ, ທີມຊາຍແມ່ນ ສາທາລະນະລັດເກົາຫລີ.
Photo: ASEAN Football