ຮ່ວມສົ່ງກຳລັງໃຈໃຫ້ ທີມຍິງທີມຊາດລາວ ຈະພົບກັບ ເລບານອນ ຄືນວັນທີ 18 ກັນຍານີ້ ລາຍການພິເສດທີ່ຊາອຸດິອາຣາເບຍ

ລາຍການນີ້ ເປັນປະເພດທີມຊຸດໃຫຍ່ ມີ 6 ປະເທດເຂົ້າຮວ່ມປະກອບມີ: ຊາອຸດິອາຣາເບຍ (ເຈົ້າພາບ), ເລບານອນ (ລີບັງ), ປາກິສຖານ, ບູຖານ, ມາເລເຊຍ ແລະ ທີມຊາດລາວ. ແບ່ງອອກເປັນ 2 ກຸ່ມ, ກຸ່ມ A ປະກອບມີ: ເຈົ້າພາບ ຊາອຸດິອາຣາເບຍ, ມາເລເຊຍ, ປາກິສຖານ ແລະ ກຸ່ມ B ມີ : ເລບານອນ (ລີບັງ), ບູຖານ ແລະ ທີມຊາດລາວ. ຮູບແບບການແຂ່ງຂັນພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງກຸ່ມ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ.

ນັດທຳອິດຂອງກຸ່ມ B ທີມຍິງທີມຊາດລາວ ຈະພົບກັບ ເລບານອນ (ລີບັງ) ວັນທີ 18 ກັນຍານີ້ ທີ່ສະໜາມ King Fahd Sport city ເວລາ: 21:30 ຕາມເວລາໃນປະເທດລາວ, ນັດທີສອງ ທີມຊາດລາວ ຈະພົບກັບ ບູຖານ ວັນທີ 24 ກັນຍາ 2023 ເວລາ: 21:30 ທີ່ສະໜາມເດີມ King Fahd Sport City.

Photo: Lao FF

Leave a Reply

Your email address will not be published. Required fields are marked *