ບຸນພະຈັນ ບຸນກອງ ຍິງປະຕູທຳອິດໃຫ້ກັບຕົ້ນສັງກັດໃໝ່ທີ່ ກຳປູເຈຍ ໄດ້ແລ້ວ!

ບຸນພະຈັນ ບຸນກອງ ກອງຫນ້າ ທີມຊາດລາວ ຍິງປະຕູທຳອິດໃຫ້ກັບຕົ້ນສັງກັດໃໝ່ ສະວາຍຣ່ຽງ ທີມໃນລີກສູງສຸດຂອງກຳປູເຈຍໄດ້ແລ້ວ ໃນເກມລີກນັດຫລ້າໃນທ້າຍອາທິດຜ່ານມາ ທີ່ສະໂມສອນ ສະວາຍຣ່ຽງ ເປີດບ້ານຊະນະ ອັງກໍຣ ໄທເກີ 5-2 ຊ່ວຍທີມຄວ້າໄຊ 5 ນັດລວດ ເລີ່ມຕົ້ນລີກລະດູການນີ້ ເປັນທີມນຳ, ນຳແຊ່ມເກົ່າ ພະນົມເປັນ ຄຣາວ 3 ຄະແນນ.

ບຸນພະຈັນ ຍ້າຍຈາກ ຊ້າງນ້ອຍ ເອັຟຊີ ມາຢູ່ກັບ ສະວາຍຣ່ຽງ ໃນລະດູການໃໝ່ນີ້ ເປັນການເປີດປະສົບການໃໝ່ ຈາກລີກພາຍໃນປະເທດ, 5 ນັດຜ່ານມາ ບຸນພະຈັນ ສ່ວນຫລາຍຊ່ວຍທີມໃນຖານະເປັນຕົວສຳຮອງ ໂດຍນັດຕໍ່ໄປ ບຸນພະຈັນ ຈະພາທີມໄປຢາມ ວິຊາກ້າ ທີມອັນດັບ 4 ໃນວັນທີ 24 ກັນຍານີ້ ເວລາ 18:00.

Photo: Preah Khan Reach Svay Rieng FC

Leave a Reply

Your email address will not be published. Required fields are marked *