ເຕະບານ ພຣີເມ່ຍລີກ ອັງກິດ ລະດູການໃໝ່ 2023-24 ນັດທີ 5 ທ້າຍອາທິດຜ່ານມາ ໂດຍສະເພາະຄືນວັນອາທິດ ປືນໃຫຍ່ ອາຣເຊນໍລ ຮອງແຊ້ມລະດູການຜ່ານມາ ບຸກຊະນະ ເອັຟເວີຕັນ ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ລີນໂດຣ ທັອສຊາ ຕົວສຳຮອງ ນາທີ 69′.
ອາຣເຊນໍລ ບຸກຊະນະ ເອັຟເວີຕັນ ຄັ້ງທຳອິດໃນຮອບ 6 ປີ ຕໍ່ຈາກເດືອນຕຸລາ ປີ 2017 ດ້ວຍຜົນ 5-2 ເດີ ກັນເນີ ແຂ່ງ 5 ນັດ ມີ 13 ຄະແນນເທົ່າກັບ ສະເປີ ແລະ ລີເວີພູລ ໄລ່ຈີ້ ແມນຊິຕີ້ 2 ຄະແນນ, ສ່ວນ ເອັຟເວີຕັນ 5 ນັດ ມີ 1 ຄະແນນ.
ນັດຕໍ່ໄປຂອງ ອາຣເຊນໍລ ຈະລົງຫລິ້ນເກມ ຢູຟ້າ ແຊ້ມປ້ຽນ ຮອບແບ່ງກຸ່ມລະດູການໃໝ່ ເປີດບ້ານພົບກັບ ພີເອັສວີ ໄອໂຮເຟັນ ຄືນວັນທີ 20 ກັນຍານີ້, ຈາກນັ້ນ ຈະເປີດບ້ານພົບກັບ ສະເປີ ໃນເກມລີກ ວັນທີ 24 ກັນຍານີ້.
Photo: Arsenal