ຣຽວ ມາດຣິດ ຄວ້າໄຊ 5 ນັດລວດ! ຍຶດຕຳແໜ່ງທີມນຳ ລາລີກ້າ ລະດູການໃໝ່

ເຕະບານ ລາລີກ້າ ລາລີກ້າ (ແອັສປາຍ) ລະດູການໃໝ່ 2023-24 ນັດທີ 5 ທ້າຍອາທິດຜ່ານມາ, ຣຽວ ມາດຣິດ ແຊ້ມສູງສຸດ 35 ສະໄໝ ເປີດບ້ານແຊງຊະນະ ຣຽວ ໂຊເຊຍແດັດ ແບບຫວຸດວິດ 2-1 ທີມຢາມຂຶ້ນນຳກ່ອນພຽງ 5′ ນາທີທຳອິດຈາກ ບາເຣເນັດເຊຍ, ເຄິ່ງຫລັງ ມາດຣິດ ຍິງແຊງສອງປະຕູຈາກ ເຟເດຣິໂກ້ ບາວເບເດ້ ນາທີ 46′ ແລະ ໂຈເຊລູ ນາທີ 60′.

ມາດຣິດ ເປັນທີມດຽວຊະນະ 5 ນັດລວດ ໃນລີກລະດູການນີ້ ເປັນທີມນຳຕໍ່ໄປ ນຳ ບາຣເຊໂລນ້າ ແຊ້ມເກົ່າ 2 ຄະແນນ, ສ່ວນ ຣຽວ ໂຊເຊຍແດັດ ມີ 6 ຄະແນນ, ນັດຕໍ່ໄປ ຣຽວ ມາດຣິດ ຈະລົງຫລິ້ນເກມ ຢູຟ້າ ແຊ້ມປ້ຽນລີກ ລະດູການໃໝ່ ຮອບແບ່ງກຸ່ມນັດທຳອິດ ຈະເປີດບ້ານພົບກັບ ຢູນ້ຽນ ເບີລິນ ຄືນວັນທີ 19 ກັນຍານີ້ ແລະ ຈະກັບມາເກມລີກ ໄປຢາມ ແອັດເລຕິໂກ້ ມາດຣິດ ຄືນວັນທີ 24 ກັນຍານີ້.

Photo: LaLiga

Leave a Reply

Your email address will not be published. Required fields are marked *