ຣອນນີ້ ຊະນະ ເບຣເຊວ ຄອງແຊ້ມສະນຸກເກີ ຊ່ຽງໄຮ້ ມາສເຕີ 4 ສະໄໝຕິດຕໍ່ກັນ!

ເດີ ຣ໊ອກເກັດ ຣອນນີ້ ໂອຊຸນລີແວນ ນັກສະນຸກເກີ ມື 1 ຂອງໂລກ ຈາກອັງກິດ ສົມສາຍາ ເຈົ້າພໍ່ຊຽງໄຮ້ ແຫ່ງວົງການສະນຸກເກີ ພາຍຫລັງເອົາຊະນະ ລູກ້າ ເບຣເຊວ ມື 2 ຂອງໂລກ ຈາກເບວຢ້ຽມ (ແບນຊິກ) ແຊ້ມໂລກຄັ້ງຫລ້າສຸດ 11–9 ເຟຣມ ຄອງແຊ້ມສະນຸກເກີ ລາຍການ ຊ່ຽງໄຮ້ ມາສເຕີ 2023 ທີ່ ສປ ຈີນ 4 ສະໄໝຕິດຕໍ່ກັນ.

ຣອນນີ້ ເປັນຄົນດຽວທີ່ສາມາດປ້ອງກັນແຊ້ມລາຍການນີ້ ລວມແລ້ວເປັນແຊ້ມລາຍການນີ້ທັງໝົດ 5 ສະໄໝ ປີ 2009, 2017, 2018 ແລະ 2019 ສ່ວນປີ 2020-2022 ບໍ່ໄດ້ຈັດການແຂ່ງຂັນ ເນື່ອງຈາກພົບກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ–19.

ໄຊຊະນະຄັ້ງນີ້ຂອງ ຣອນນີ້ ເປັນການລ້າງຕາ ເບຣເຊວ ໄດ້ສຳເລັດ ພາຍຫລັງປະລາໄຊໃຫ້ ເບຣເຊວ ໃນຮອບຮອງຊະນະເລີດ ສະນຸກເກີ ຊິງແຊ້ມໂລກ 2023 ເມື່ອ 5 ເດືອນຜ່ານມາແລ້ວ.

ຣອນນີ້ ຮັບຂັນແຊ້ມ ພ້ອມເງິນລາງວັນ 210,000 ປອນ ແລະ ຍັງໄດ້ຮັບເງິນລາງວັນເຂົ້າເບຣກສູງສຸດ 143 ຄະແນນ ອີກ 10,000 ປອນ ເຮັດໄດ້ໃນເຟມທີ 16 ໃນຮອບຊິງຊະນະເລີດ, ຂະນະທີ່ ລູກ້າ ເບຣເຊວ ຮອງແຊ້ມ ໄດ້ຮັບເງິນລາງວັນ 105,000 ປອນ.

ສະນຸກເກີລະດັບໂລກ ລາຍການຕໍ່ໄປແມ່ນ ບຣິທິສ ໂອເພັນ ທີ່ເມືອງເຊວເທັນແຮມ ປະເທດອັງກິດ ລະຫວ່າງວັນທີ 25 ກັນຍາ – 1 ຕຸລາ 2023 ຊິງເງິນລາງວັນລວມ 478,000 ປອນ.

Photo: World Snooker Tour

Leave a Reply

Your email address will not be published. Required fields are marked *