ຄູຝຶກ ໄຮເດັນຮາມ ນ້ອງໃໝ່ໃນ ບຸນເດັສລີກ້າ ສ້າງປະຫວັດສາດຄຸມທີມດົນສຸດໃນວົງການບານເຕະເຢຍລະມັນ!

ແຟັງ ສະມິດ ຄູຝຶກຊາວເຢຍລະມັນຂອງສະໂມສອນ ໄຮເດັນຮາມ ທີມນ້ອງໃໝ່ໃນ ບຸນເດັສລີກ້າ ສ້າງປະຫວັດສາດກາຍເປັນຄູຝຶກທີ່ຄຸມທີມດົນສຸດໃນວົງການບານເຕະເຢຍລະມັນ ລວມ 26 ປີ ທຳລາຍສະຖິຕິຂອງ ໂວເຄີ ຟິນເກີ ຄູຝຶກຊາວເຢຍລະມັນ ໄວ 75 ປີ ທີ່ຄຸມສະໂມສອນ ໄຟຣບວກ ແຕ່ວັນທີ 1 ກໍລະກົດ 1991 ຫາວັນທີ 30 ມິຖຸນາ 2007 ລວມ 16 ປີ.

ເບື້ອງຕົ້ນ ແຟັງ ສະມິດ ເປັນກອງຫລັງຂອງທີມໃນປີ 2003 ຫລັງອຳລາທີມໃນປີ 2007 ກໍກ້າວເປັນຄູຝຶກທັນທີ ພາທີມໄຕ່ເຕົ້າຈາກລີກອັນດັບ 4 ຂອງປະເທດ ມາສູ່ລີກສູງສຸດຄັ້ງປະຫວັດສາດໃນລະດູການໃໝ່ນີ້ ເຊິ່ງເປັນຄັ້ງທຳອິດທີ່ກ້າວຂຶ້ນລີກສູງສຸດ. ໂດຍນັດຫລ້າສຸດ ແຟັງ ສະມິດ ພາ ໄຮເດັນຮາມ ເປີດບ້ານເອົາຊະນະ ແວເດີ ເບຣເມັນ 4-2 ຄວ້າໄຊຊະນະນັດທຳອິດໃນລີກສູງສຸດໄດ້ສຳເລັດ ໂດຍຜ່ານໄປ 4 ນັດ ມີ 4 ຄະແນນ.

ປັດຈຸບັນ ແຟັງ ສະມິດ ອາຍຸ 49 ປີ ຄຸມ ໄຮເດັນຮາມ ທັງໝົດ 591 ນັດ ຊະນະ 269 ສະເໝີ 151 ເສຍ 171 ນັດ. ນັດຕໍ່ໄປ ແຟັງ ສະມິດ ຈະພາ ໄຮເດັນຮາມ ໄປຢາມ ໄບເອີ ເລເວີຄູເຊັນ ທີມນຳ ໃນວັນທີ 24 ກັນຍານີ້.

Photo: 1. FC Heidenheim 1846 e. V.

Leave a Reply

Your email address will not be published. Required fields are marked *