ຄາຣລັອສ ເຊັນ ຢຸດສະຖິຕິຊະນະລວດຂອງ ເວີສະເຕັບເປິ້ນ ໄວ້ທີ 10 ສະໜາມ ຫລັງຄວ້າແຊ້ມ ສິງກະໂປ ກຣັງປຣີ 2023

ການແຂ່ງຂັນລົດສູດໜຶ່ງ ຟໍຣມູລ້າວັນ ສະໜາມທີ 15 ຂອງປີ ລາຍການ ສິງກະໂປ ກຣັງປຣີ ທີ່ສະໜາມ Marina Bay Street Circuit, ປະເທດສິງກະໂປ ໃນທ້າຍອາທິດຜ່ານມາ, ຄວາມຍາວຕໍ່ຮອບ 4.940 ແມັດ ແຂ່ງທັງໝົດ 62 ຮອບ.

ປະກົດວ່າ: ຄາຣລັອສ ເຊັນ ນັກຂັບຊາວສະເປນ (ແອັສປາຍ) ຈາກຄ້າຍເຟີຣາຣີ້ ອອກໂຕເປັນຄົນທຳອິດ ແລະ ປະຄອງລົດຄູ່ໃຈເຂົ້າເສັ້ນໄຊ ດ້ວຍເວລາ 1 ຊົ່ວໂມງ 46 ນາທີ 37.418 ວິນາທີ ເອົາຊະນະ ຊານໂດຣ ນໍຣຣີ້ ນັກຂັບຊາວສະຫະຣາຊອານາຈັກ ຈາກທີມແມັກຄາເຣນ ເມີຊີເດັສ 0.812 ວິນາທີ, ຄາຣລັອສ ເຊັນ ຄວ້າແຊ້ມເປັນສະໜາມທຳອິດຂອງປີນີ້ ແລະ ຢຸດສະຖິຕິຂອງ ແມັກ ເວີສະເຕັບເປິ້ນ ຊະນະລວດໄວ້ທີ 10 ສະໜາມ ໂດຍ ເວີສະເຕັບເປິ້ນ ເວລາໃນຮອບຄັດເລືອກບໍ່ດີ ອອກໂຕເປັນຄົນທີ 11 ແຕ່ສາມາດຈົບອັນດັບທີ 5 ຕາມຫລັງ 21.441 ວິນາທີ.

ຂະນະທີ່ ທີມເຣດບລູ ເຣຊິ້ງ ຮອນດ້າ ຕົ້ນສັງກັດຂອງ ເວີສະເຕັບເປິ້ນ ກໍຖືກຢຸດສະຖິຕິຄວ້າແຊ້ມ F1 ຕໍ່ເນື່ອງໄວ້ທີ່ 15 ສະໜາມຕິດຕໍ່ກັນ  ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດ F1.

ສຳລັບ ລຸຍ ຮາມິນຕັນ ແຊ້ມໂລກ 7 ສະໄໝ ຈົບອັນດັບທີ 3 ຕາມຫລັງ 1.269 ວິນາທີ, ເຟີນັນໂດ ອາລອນໂຊ້ ແຊ້ມໂລກ 2 ສະໄໝ ຈົບອັນດັບທີ 15

ປັດຈຸບັນ ຟໍຣມູລ້າວັນ ປີ 2023 ຜ່ານໄປ 15 ສະໜາມ ເວີສະເຕັບເປິ້ນ ຍັງເປັນຜູ້ນຳຄະແນນລວມນັກຂັບຢ່າງໜຽວແໜ້ນ ມີ 374 ຄະແນນ, ອັນດັບສອງ ເຊີຈີໂອ້ ເປເຣັຊ ເພື່ອນຮ່ວມທີມ ມີ 223 ຄະແນນ, ອັນດັບ 3 ລຸຍ ຮາມິນຕັນ ມີ 180 ຄະແນນ.

ທີມຜູ້ສ້າງທີມນຳຍັງຄົງແມ່ນ ເຣດບລູ ເຣຊິ້ງ ຮອນດ້າ ຍຶດຕຳແໜ່ງທີມນຳຢ່າງສະຫງ່າ ມີ 597 ຄະແນນ, ອັນດັບສອງ ເມີຊີເດັຊ ມີ 289, ທີ 3 ເຟີຣາຣີ້ ມີ 265 ຄະແນນ.

F1 ສະໜາມຕໍ່ໄປ ສະໜາມທີ 16 ຂອງປີ ລາຍການ ເຈແປນນິສ ກຣັງປຣີ ທີ່ສະໜາມ Suzuka International Racing Course, ປະເທດຍີ່ປຸ່ນ ຈະແຂ່ງຂັນວັນທີ 22-24 ກັນຍານີ້.

Photo: F1

Leave a Reply

Your email address will not be published. Required fields are marked *