ຊອນເຮືອງມິນ ສູນໜ້າຈາກ ທັອດແນ່ມ ຮັອດສະເປີ ຊັດຟຣີຄິກສຸດງາມ ຊ່ວຍທີມຊາດສາທາລະນະລັດເກົາຫລີ (ເກົາຫລີໃຕ້) ເປີດບ້ານໄລ່ຕີສະເໝີ ທີມຊາດຄັອສຕາຣິກ້າ 2-2 ໃນວັນທີ 23 ກັນຍາຜ່ານມາ, ເຈົ້າບ້ານນຳກ່ອນຈາກ ຫວາງຮີຊານ ສູນໜ້າຈາກ ວູຟແຮມຕັນ ວັນເດີເຣີ ນາທີ 28′ ແຕ່ຖືກ ຄັອສຕາຣິກ້າ ຍິງແຊງສອງປະຕູຈາກ ເຈວີສັນ ເບັນເນັດ ກອງໜ້າຈາກ ຊັນເດແລນ ນາທີ 41′ ແລະ 63′ ຈາກນັ້ນທີມຢາມເຫລືອຜູ້ຫລິ້ນ 10 ຄົນ ເມື່ອຜູ້ຮັກສາປະຕູ ເອັສເຕບັນ ອາວວາຣາໂດ້ ໄດ້ບັດແດງ 80′ ຫລັງຈາກນັ້ນ 5′ ນາທີຕໍ່ມາ ເຈົ້າບ້ານໄດ້ບານໄໝໜ້າເຂດໂທດຂອງທີມຢາມ ແລະ ເປັນ ຊອນເຮືອງມິນ ຮັບໜ້າທີ່ຍິງຟຣີຄິກ ຊັດເຕັມຂໍ້ສຽບສາມຫລ່ຽມ ເປັນປະຕູຕີສະເໝີ ນາທີ 85′ ຈົບເກມສະເໝີກັນ ແບບມ່ວນມັນສົມສັກສີ ສອງທີມທີ່ໄປ ບານໂລກ 2022.
ນີ້ເປັນປະຕູທີ 34 ຈາກ 103 ນັດກັບທີມຊາດຂອງ ຊອນເຮືອງມິນ ນັດຕໍ່ໄປ ຈະຊ່ວຍທີມດວນກັບ ທີມຊາດກາເມີຣູນ ວັນທີ 27 ກັນຍານີ້, ຂະນະທີ່ ຄັອສຕາຣິກ້າ ຈະພົບກັບ ອຸສເບກິສຖານ ໃນວັນດຽວກັນ ທັງສອງຄູ່ແຂ່ງທີ່ສາທາລະນະລັດເກົາຫລີ.
Photo: 대한민국 축구 국가대표팀 – Korea Football Team