ສຳຫລວດນັກເທັນນິສຍິງ-ຊາຍ ທີ່ສະສົມເງິນລາງວັນຫລາຍສຸດໃນໂລກ!

ພາຍຫລັງຈົບແກຣນສະແລມສຸດທ້າຍຂອງປີ 2023 US Open ທີ່ນິວຢ໊ອກ, ສະຫະລັດ ອາເມຣິກາ ເມື່ອບໍ່ດົນມານີ້ ແຊ້ມປະເພດຊາຍດ່ຽວແມ່ນ ໂນວັກ ໂຢໂຄວິກ ຈາກເຊີເບຍ (ແຊັກບີ້) ຄອງແຊ້ມເປັນສະໄໝທີ 4 ແລະ ເພີ່ມສະຖິຕິຄອງແຊ້ມແກຣນສະແລມສູງສຸດເປັນສະໄໝ 24 ສະໄໝ ທຽບເທົ່າກັບ ມາຄາເຣັດ ຄ໋ອດ ຕຳນານນັກເທັນນິສຍິງຊາວອົດສະຕຣາລີ ທີ່ສ້າງໄວ້ໃນປີ 1973 ແລະ ພິຊິດເງິນລາງວັນ 3 ລ້ານໂດລາສະຫະລັດ ຫລືເກືອບ 60 ຕື້ກີບ ເຮັດໃຫ້ ໂນວັກ ກັບຂຶ້ນເປັນ ມື 1 ຂອງໂລກອີກຄັ້ງ ແລະ ຍັງຄົງເປັນນັກເທັນນິສຊາຍ ທີ່ສະສົມເງິນລາງວັນຫລາຍສຸດໃນໂລກ ລວມ 175,281,484 ສະຫະລັດ.

ອັນດັບ 2 ຣາຟາເອວ ນາດາວ ຈາກແອັສປາຍ ແຊ້ມແກຣນສະແລມ 2 2 ສະໄໝ ລວມ 134,640,719 ໂດລາ, ອັນດັບ 3 ໂຣເຈີ ເຟດເດີເຣີ ຈາກສະວິດເຊີແລນ ລວມ 130,594,339 ໂດລາ ແຕ່ອຳລາອາຊີບແລ້ວໃນປີ 2022, ທີ 4 ແອນດີ້ ເມີຣີ້ ຈາກສະຫະຣາຊອານາຈັກ ລວມ 64,123,366 ໂດລາ, ທີ 5 ເປຊ ແຊມປາສ ຈາກອາເມຣິກາ ລວມ 43,280,489 ໂດລາ ອຳລາອາຊີບແຕ່ປີ 2002.

ສ່ວນນັກເທັນນິສຍິງ ທີ່ສະສົມເງິນລາງວັນຫລາຍສຸດໃນໂລກແມ່ນ ເຊເຣນ້າ ວິນລ້ຽມ ຈາກອາເມຣິກາ ລວມ 94,816,730 ໂດລາ, ອັນດັບ 2 ວິນັສ ວິນລ້ຽມ ເອື້ອຍຂອງ ເຊເຣນ້າ ລວມ 42,595,397 ໂດລາ, ອັນດັບ 3 ຊີໂມນ້າ ຮາເລັບ ຈາກຣູມານີ້ ລວມ 40,203,437 ໂດລາ, ທີ 4 ມາເຣຍ ຊາຣາໂປວ້າ ຈາກຣັດເຊຍ ອຳລາອາຊີບແລ້ວແຕ່ປີ 2020 ລວມ 38,777,962 ແລະ ທີ 5 ເປຕ້າ ຄີໂຕວ້າ ຈາກສາທາລະນະລັດເຊັກ ລວມ 37,200,032 ໂດລາ. ຂະນະທີ່ ໂກໂກ້ ກັອຟ ດາວເດັ່ນ ໄວ 19 ປີ ຈາກອາເມຣິກາ ທີ່ຫາກໍຄວ້າແຊ້ມແກຣນສະແລມ ຢູເອັສ ໂອເພັນ ສະສົມເງິນລາງວັນລວມ 11,107,463 ໂດລາ ເຂົ້າສູ່ອາຊີບມາແຕ່ປີ 2018.

Photo: Novak Djokovic

Leave a Reply

Your email address will not be published. Required fields are marked *