ຟີຟ້າ ປະກາດ 12 ນັກກິລາເຕະບານຊາຍ ເຂົ້າຊິງລາງວັນນັກເຕະດີເດັ່ນຂອງໂລກ ປະຈຳປີ 2023 ນຳໂດຍ ຮາແລນ ແລະ ເມັສຊີ້

ສະຫະພັນບານເຕະສາກົນ ຫລື ຟີຟ້າ ໄດ້ປະກາດ 12 ນັກກິລາເຕະບານຊາຍ ເຂົ້າຊິງລາງວັນນັກເຕະຊາຍດີເດັ່ນຂອງໂລກ ປະຈຳປີ 2023 ນຳໂດຍ ເອີລິ້ງ ຮາແລນ ສູນໜ້າຈາກ ແມນເຊັສເຕີ ຊິຕີ້ ທີມຊາດນໍຣເວ (ນອກແວ) ທີ່ກວາດເກືອບທຸກລາງວັນໃນອັງກິດ ແລະ ເອີຣົບ ພ້ອມກັນນີ້ ກໍມີນັກເຕະຈາກ ແມນຊິຕີ້ ຕິດມາອີກ 4 ຄົນ ຫລາຍກວ່າທຸກທີມຄື: ເຄວິນ ເດີບຣອຍ, ຢູລຽນ ອານວາເຣັຊ, ໂຣດຣີ້ ແລະ ແບນາໂດ້ ຊິນວາ.

ຂະນະທີ່ ລີໂອເນວ ເມັສຊີ້ ເຈົ້າຂອງລາງວັນນີ້ ປີຜ່ານມາ ກໍມີລາຍຊື່ຕິດມາເຊັ່ນກັນ, ນອກຈາກນີ້ ກໍມີ ອີຄາຍ ກຸນໂດກັນ ຈາກບາຣເຊໂລນ້າ ແຕ່ຈະນັບຜົນງານຢູ່ກັບ ແມນຊິຕີ້ ໃນລະດູການຜ່ານມາ, ຄີລຽນ ເອັມບັບເປ້ ຈາກປາຣີ ແຊັງແຊກແມັງ, ດີຄານ ໄຣຊ໌ຈາກອາຣເຊນໍລ ແຕ່ນັບຜົນງານກັບສັງກັດເກົ່າ ເວັສແຮມ, ວິກເຕີ ໂອຊິມເຮັນ ແລະ ຄາວີຊ້າ ຄາຣັສເຄເລຍ ຈາກນາໂປລີ ແລະ ມາຣເຊວໂລ້ ໂບໂຊວິກ ຈາກອາວ ນາສເຊີ ແຕ່ນັບຜົນງານກັບທີມເກົ່າ ອິນເຕີ ມິລານ.

ສ່ວນຄູຝຶກທີມຊາຍ ເຂົ້າຊິງລາງວັນຄູຝຶກດີເດັ່ນ ມີ 5 ຄົນຄື: ເປບ ກົວດີໂອລ່າ ຈາກແມນຊິຕີ້, ຊີໂມເນ່ ອິນຊາກີ້ ຈາກອິນເຕີ ມິລານ, ອັງເກ້ ປັອສເຕໂຄກລູ ຈາກສະເປີ ແຕ່ນັບຜົນງານຄຸມ ເຊວຕິກ ລະດູການຜ່ານມາ, ລູເຊຍໂນ້ ສະປາວເລັດຕິ ຄູຝຶກທີມຊາດອີຕາລີ ປັດຈຸບັນ ແຕ່ຈະນັບຜົນງານການຄຸມສະໂມສອນ ນາໂປລີ ລະດູການຜ່ານມາ ແລະ ຊາບີ້ ເອນັນເດັຊ ຄູຝຶກບາຣເຊໂລນ້າ.

ຂະນະທີ່ 5 ຜູ້ຮັກສາປະຕູທີມຊາຍ ເຂົ້າຊິງລາງວັນຜູ້ຮັກສາປະຕູດີເດັ່ນປີ 2023 ປະກອບມີ: ຢາສຊິນ ບູນູ ທີມຊາດໂມຣັອກໂຄ (ມາຣົກ) ຈາກອາວຮີລານ ແຕ່ນັບຜົນງານກັບ ເຊບີຢ້າ ລະດູການຜ່ານມາ, ຕີໂບ ກູຕົວ ທີມຊາດເບວຢ້ຽມ (ແບນຊິກ) ຈາກຣຽວ ມາດຣິດ, ເອເດີຊອນ ທີມຊາດເບຣຊິນ ຈາກແມນຊິຕີ້, ອັງເດຣ ໂອນານ້າ ທີມຊາດກາເມີຣູນ ຈາກແມນຢູ ແຕ່ນັບຜົນງານກັບທີມເກົ່າ ອິນເຕີ ມິລານ ແລະ ມາກ ອັງເດຣ ເຕສະເຕເກັນ ທີມຊາດເຢຍລະມັນ ຈາກບາຣເຊໂລນ້າ.

ນອກຈາກນີ້ ຍັງມີນັກເຕະດີເດັ່ນປະເພດຍິງ, ຄູຝຶກດີເດັ່ນທີມຍິງ ແລະ ຜູ້ຮັກສາປະຕູດີເດັ່ນເພດຍິງ ເປີດໂຫວດແຕ່ວັນທີ 14 ກັນຍາ ຈົນໄປເຖິງ 6 ຕຸລາປີນີ້.

Photo: FIFA

Leave a Reply

Your email address will not be published. Required fields are marked *