ບຸນຊ່ວງເຮືອ ເດືອນ 9 ບຸນຫໍ່ເຂົ້າປະດັບດິນ ທີ່ຍື່ງນ້ຳຄານ ນະຄອນຫລວງພຣະບາງ ພສ 2566 ປີນີ້ ມີເຮືອຊ່ວງເຂົ້າຮ່ວມ 22 ລໍາ ພາຍໃນແຂວງຫລວງພຣະບາງ ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ແຂກຮັບເຊີນ, ມວນຊົນທັງພາຍໃນ ແລ ະຕ່າງປະເທດ ເຂົ້າຮ່ວມຢ່າງຄຶກຄື້ນ, ຜົນປະກົດວ່າ: ເຮືອຊ່ວງ ບໍລິສັດ ຫລວງພຣະບາງ ສະມາດຊິດຕີ້ ຄອງຂັນຊະນະເລີດ ຄັ້ງທຳອິດ ໄດ້ຮັບຂັນເງິນນ້ຳໜັກ 1.500 ກຼາມ ເປັນຂັນຄອງແຊ້ມ 3 ປີ ພ້ອມຂັນແຊ້ມປະຈໍາປີ ເປັນຂັນເງີນ ນໍ້າໜັກ 1.000 ກຼາມ ແລະ ເງີນສົດ 17 ລ້ານກີບ, ອັນດັບທີ 2: ເຮືອຊ່ວງ ບໍລິສັດ ເຈົ້າຫລວງ ບ.ນູນສະຫວາດ ໄດ້ຮັບຂັນເງີນ ນ້ຳໜັກ 800 ກຼາມ ພ້ອມເງີນສົດ 16 ລ້ານກີບ, ອັນດັບທີ 3: ເຮືອຊ່ວງ ນາວາຜານາກ ທະນາຄານ ແລະ ສະຖາບັນການເງີນ ໄດ້ຮັບຂັນເງີນນ້ຳໜັກ 500 ກຼາມ ພ້ອມເງີນສົດ 15 ລ້ານກີບ, ທີ 4: ເຮືອຊ່ວງ ວັດຊຽງທອງ ໄດ້ຮັບເງີນສົດ 14 ລ້ານກີບ, ທີ 5: ເຮືອຊ່ວງ ເມືອງໂພນທອງ ບໍລິສັດ ເຄວາຍບຸບຜາ ໄດ້ຮັບເງີນສົດ 13 ລ້ານກີບ.
ທີ 6 ເຮືອຊ່ວງບ້ານເມືອງຂາຍ ພະແນກສຶກສາທິການ ແລະ ກິລາແຂວງ ຮັບເງີນສົດ 12.500.000 ກີບ, ທີ 7 ເມືອງໂພນໄຊ ວັດຫາດຫ່ຽນ ໄດ້ຮັບເງີນສົດ 12 ລ້ານກີບ, ທີ 8: ເມືອງຊຽງເງີນ ບ້ານປາກແວດ ໄດ້ຮັບເງີນສົດ 11.500.000 ກີບ, ຂະນະທີ່ ທີ 9 ຮ່ວມ ໄດ້ຮັບລາງວັນເງີນສົດ ເຮືອລະ 11.000.000 ກີບ, ທີ 13 ຮ່ວມ ໄດ້ຮັບລາງວັນເງີນສົດ ເຮືອລະ 10.000.000 ກີບ.
ພ້ອມນີ້ ຍັງມີລາງວັນເຮືອງາມ ທີ 1 ແມ່ນເຮືອຊ່ວງບ້ານຜານົມ ວັດໃຫມ່ສຸວັນນະພູມາຣາມ ສວນລາດແລງ ໄດ້ຮັບເງິນລາງວັນ 3.500.000 ກີບ, ທີ 2 ເຮືອຊ່ວງ ວັດຊຽງທອງ ຮັບເງີນສົດ 2.500.000 ກີບ, ທີ 3 ເຮືອຊ່ວງສະຖາບັນການເງີນຈຳປາລາວ ໄດ້ຮັບເງີນສົດ 10,500.000 ກີບ ແລະ ເຮືອນາງດຳ-ນາງດ່ອນ ໄດ້ຮັບລາງວັນລະ 3.500.000 ກີບ.