ຄາຣິມ ເບັນເຊມ້າ ສູນໜ້າຊາວຝຣັ່ງ ໄວ 35 ປີ ອາດີດຫົວຫອກ ຣຽວ ມາດຣິດ ຍິງປະຕູໄຊ ນາທີ 72′ ຊ່ວຍຕົ້ນສັງກັດ ອາວ ອິດທີຮັດ ແຊ້ມເກົ່າ ບຸກຊະນະ ອາວ ອາດຸດ 1-0 ພາທີມຍຶດຕຳແໜ່ງທີມນຳ ລີກສູງສຸດຂອງຊາອຸດິອາຣາເບຍ ຕໍ່ໄປ ມີ 15 ຄະແນນ ຈາກ 6 ນັດ ນຳ ອາວ ຮີລານ 3 ຄະແນນ ແຕ່ແຂ່ງຫລາຍກວ່າໜຶ່ງນັດ.
ນັບຕັ້ງແຕ່ ເບັນເຊມ້າ ຍ້າຍມາຢູ່ກັບ ອາວ ອິດທີຮັດ ຍິງໄປແລ້ວ 6 ປະຕູ ຈາກ 10 ນັດ ໃນນີ້ສະເພາະເກມລີກ ຍິງ 3 ປະຕູ ຈາກ 6 ນັດ ແລະ ລາຍການ Arab Club Champions Cup ຍິງ 3 ປະຕູ ຈາກ 4 ນັດ.
ນັດຕໍ່ໄປ ເບັນເຊມ້າ ຈະພາ ອາວ ອິດທີຮັດ ລົງຫລິ້ນເກມ ເອເອັຟຊີ ແຊ້ມປ້ຽນລີກ ລະດູການໃໝ່ 2023–24 ເປີດບ້ານພົບກັບ ໂອມາລິກ ຈາກອຸສເບກິສຖານ ນັດທຳອິດຂອງກຸ່ມ C ວັນທີ 18 ກັນຍານີ້.
ສ່ວນຜົນອີກໜຶ່ງຄູ່: ອາວ ເວດ້າ ເປິດບ້ານຊະນະ ດາມັກ 4-2 ໂອດີອົງ ອີກາໂລ້ ອາດີດກອງໜ້າແມນຢູ ຊາວໄນຈີເຣຍ (ນິເຊຣີ) ຍິງແຮັດທຣິກ.
Photo: Al-Ittihad FC