ຄາຍ ວັອກເກີ ຕົກລົງຕໍ່ສັນຍາກັບ ແມນຊິຕີ້ ເຖິງປີ 2026

ຄາຍ ວັອກເກີ ແບັກຂວາຈອມບຸກທີມຊາດອັງກິດ ຕົກລົງຕໍ່ສັນຍາກັບຕົ້ນສັງກັດ ແມນຊິຕີ້ ອີກ 2 ປີ ເຖິງປີ 2026, ກອງຫລັງ ໄວ 33 ປີ ມີຂ່າວຈະຍ້າຍໄປ ບາເຢິນ ມິວນິກ ໄລຍະຕະຫລາດຊື້ຂາຍນັກເຕະຮອບໜຶ່ງຜ່ານມາ ແຕ່ສຸດທ້າຍຕັດສິນໃຈຢູ່ໃນຖິ່ນ ເອທີຮັດ ຕໍ່ໄປ.

ວັອກເກີ ກ່າວ: ຕົນເອງມີຄວາມສຸກຕະຫລອດ 6 ປີ ທີ່ຢູ່ກັບສະໂມສອນແຫ່ງນີ້ ໄດ້ພົບເພື່ອນຮ່ວມທີມ, ຄູຝຶກ ແລະ ແຟນບານ ທີ່ອົບອຸ່ນ ແລະ ມອບສິ່ງທີ່ດີທີ່ສຸດໃຫ້ກັບຕົນເອງ.

ວັອກເກີ ຍ້າຍຈາກ ສະເປີ ມາຢູ່ກັບ ຊິຕີ້ ໃນເດືອນສິງຫາ ປີ 2017 ດ້ວຍຄ່າໂຕ 45 ລ້ານປອນ ລົງສະໜາມຮັບໃຊ້ທີມ 260 ນັດ ຍິງ 6 ປະຕູ 18 ແອັສຊິດ ຊ່ວຍທີມໄດ້ 13 ແຊ້ມ: ພຣີເມ່ຍລີກ 5 ສະໄໝ, ເອັຟເອຄັບ 2 ສະໄໝ, ລີກຄັບ 4 ສະໄໝ, ຄອມມູນີຕີ້ຊິວ 2 ສະໄໝ, ຢູຟ້າ ແຊ້ມປ້ຽນລີກ, ຢູຟ້າ ຊຸບເປີຄັບ ຢ່າງລະ 1 ສະໄໝ. ສະເພາະລະດູການຜ່ານມາ ຊ່ວຍທີມ 39 ນັດ ໃນທຸກລາຍການ ພາທີມສ້າງປະຫວັດສາດຄວ້າ 3 ແຊ້ມ: ພຣີເມ່ຍລີກ, ເອັຟເອຄັບ ແລະ ຢູຟ້າ ແຊ້ມປ້ຽນລີກ.

Photo: Manchester City

Leave a Reply

Your email address will not be published. Required fields are marked *