ໂມຮາເໝັດ ຊາລ້າ ສູນໜ້າຈາກສະໂມສອນ ຫົງແດງ ລີເວີພູລ ຊັດສອງປະຕູ ຊ່ວຍທີມຊາດເອຢິບ ເປີດບ້ານເອົາຊະນະ ທີມຊາດໄນເຈີ (ນີແຈ) 3-0 ໃນວັນທີ 23 ກັນຍາຜ່ານມາ. ຊາລ້າ ເປັນຕົວຈິງໃນນັດນີ້ ຍິງປະຕູໄດ້ໃນນາທີ 43′ ແລະ ສັງຫານຈຸດໂທດ ນາທີ 67′ ກາຍເປັນປະຕູທີ 49 ຈາກ 86 ນັດ ກັບທີມຊາດ. ນັດຕ່ໍໄປ ຈະຊ່ວຍທີມຊາດເອຢິບ ພົບກັບ ທີມຊາດໄລບີເຣຍ (ລິເບຣີ້) ຄືນວັນທີ 27 ກັນຍານີ້.
ສຳລັບ ໂມຮາເໝັດ ຊາລ້າ ຕິດທີມຊາດຊຸດໃຫຍ່ເອຢິບ ມາແຕ່ປີ 2011 ຍິງປະຕູທຳອິດກັບທີມຊາດຊຸດໃຫຍ່ ກໍແມ່ນນັດທີ່ພົບກັບ ທີມຊາດໄນເຈີ ໃນວັນທີ 8 ຕຸລາ ປີ 2011 ລາຍການ ຊິງແຊ້ມທະວີບອາຟຣິກາ ຮອບຄັດເລືອກ ປີ 2012. ລະດູການນີ້ ກັບຕົ້ນສັງກັດ ລີເວີພລູ ຍິງ 4 ປະຕູຈາກ 9 ນັດ.
Photo: EFA