ສະຫະພັນບານເຕະທີມຊາດຫວຽດນາມ ແລະ ສາທາລະນະລັດເກົາຫລີ ຢືນຢັນທີມຊາດຊຸດໃຫຍ່ຂອງທັງສອງທີມ ຈະອຸ່ນເຄື່ອງພົບກັນ ທີ່ສະໜາມຊູວອນ ເວີຄັບ, ນະຄອນຊູວອນ ສາທາລະນະລັດເກົາຫລີ ວັນທີ 17 ຕຸລາ 2023 ນີ້.
ຜ່ານມາທັງສອງທີມເຄີຍພໍ້ກັນໃນຮອບຄັດເລືອກຊິງແຊ້ມອາຊີ, ຮອບຄັດເລືອກ ຊິງແຊ້ມໂລກ ລວມທັງ ເອຊຽນເກມ 5 ນັດ ຫວຽດນາມ ເສຍໃຫ້ ກອງທັບໂສມຂາວ ທັງ 5 ນັດ, ຍິງໄດ້ 1 ປະຕູ ເສຍ 12 ປະຕູ, ຫລ້າສຸດພົບກັນ ເອຊຽນເກມ 2006 ທີ່ກາຕ້າ ຫວຽດນາມ ເສຍ 0-2.
Photo: ASEAN Football