ສະຫະພັນບານເຕະອາຊີ ຫລື AFC ຢືນຢັນ ຈະນຳໃຊ້ເຕັກໂນໂລຊີ VAR ໃນການແຂ່ງຂັນເຕະບານຊາຍ ຊິງແຊ້ມອາຊີ ຄັ້ງທີ 18 ຫລື ເອຊຽນຄັບ 2023 ທຸກຄູ່, ຄວາມຈິງຜ່ານມາ ເຕັກໂນໂລຊີ VAR ເຄີຍນຳໃຊ້ໃນລາຍການນີ້ມາແລ້ວໃນຄັ້ງຜ່ານມາ ປີ 2019 ທີ່ສະຫະລັດ ອາຣັບ ເອມີເຣດ ແຕ່ເລີ່ມນຳໃຊ້ໃນຮອບ 8 ທີມສຸດທ້າຍ ໄປເຖິງຮອບຊິງຊະນະເລີດ, ຖືວ່າເປັນຄັ້ງທຳອິດທີ່ ເອຊຽນຄັບ ຈະນຳໃຊ້ VAR ເຂົ້າໃນການແຂ່ງຂັນຄົບທຸກຄູ່ ເພື່ອຊ່ວຍຜູ້ຕັດສິນພິນິດພິຈາລະນາໄດ້ຊັດເຈນຂຶ້ນ.
ເອຊຽນຄັບ 2023 ປະເທດກາຕ້າ ໄດ້ຮັບກຽດເປັນເຈົ້າພາບ ເປັນຄັ້ງທີ ຕໍ່ຈາກປີ 1988 ແລະ 2011 ກາຍເປັນຊາດທີ່ໄດ້ເປັນເຈົ້າພາບລາຍການນີ້ຫລາຍສຸດ ເຊິ່ງຄັ້ງນີ້ ຈະແຂ່ງຂັນໃນລະຫວ່າງວັນທີ 2 ມັງກອນ – 10 ກຸມພາ 2024 ໂດຍຮອບສຸດທ້າຍມີທັງໝົດ 24 ທີມ ທີ່ຜ່ານການຄັດເລືອກເຂົ້າມາ ແບ່ງເປັນ 6 ກຸ່ມ, ກຸ່ມລະ 4 ທີມ.
ກຸ່ມ A ມີ: ເຈົ້າພາບ ກາຕ້າ ທັງເປັນແຊ້ມເກົ່າ, ສປ ຈີນ, ທາຈີກິສຖານ ແລະ ເລບານອນ (ລີບັງ), ກຸ່ມ B: ອົດສະຕຣາລີ, ອຸສເບກິສຖານ, ຊີເຣຍ (ຊີຣີ) ແລະ ອິນເດຍ. ກຸ່ມ C: ອີຣານ, ສະຫະລັດ ອາຣັບ ເອມີເຣດ, ຮົງກົງ ແລະ ປາເລັສຕາຍ (ປາເລັສຕິນ), ກຸ່ມ D ມີ: ຍີ່ປຸ່ນ ແຊ້ມສູງສຸດ 4 ສະໄໝ ຮ່ວມກັບ ຫວຽດນາມ, ອິນໂດເນເຊຍ ແລະ ອີຣັກ.
ກຸ່ມ E : ສາທາລະນະລັດເກົາຫລີ, ມາເລເຊຍ, ຈໍແດນ (ຊັອກດານີ້), ບາເຣນ. ກຸ່ມ F : ຊາອຸດິ ອາຣາເບຍ, ໄທ, ກີກິສຖານ ແລະ ໂອມານ.
ເອຊຽນຄັບ 2023 ຮອບສຸດທ້າຍ ປະເທດກາຕ້າ ເປັນເຈົ້າພາບ ຈະແຂ່ງຂັນລະຫວ່າງວັນທີ 12 ມັງກອນ – 10 ກຸມພາ 2024 ຕາມກຳນົດເດີມຈະແຂ່ງຂັນໃນເດືອນມິຖຸນາ – ກໍລະກົດ 2023 ທີ່ປະເທດຈີນ ແຕ່ຈີນຂໍຖອນຕົວກ່ອນໜ້ານີ້ ຍ້ອນສະພາບໂຄວິດ-19.
ສ່ວນຮູບແບບການແຂ່ງຂັນ ພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ບວກກັບທີ 3 ດີສຸດທ້າຍ 4 ທີມ ຈາກ 6 ກຸ່ມ ເຂົ້າຮອບ 16 ທີມສຸດທ້າຍຕໍ່ໄປ ແລະ ພິເສດໃນ ເອຊຽນຄັບ ຄັ້ງນີ້ ຈະມີກຳມະການຕັດສິນເພດຍິງຮ່ວມຕັດສິນຄັ້ງທຳອິດ.
Photo: ASEAN Football