ຣິຊາລີຊອນ ກອງໜ້າຈອມ Acting ຈາກສະເປີ ເໝົາສອງປະຕູຊ່ວຍທັບ ແຊມບ້າ ຊະນະ ການ້າ 3-0

ຣິຊາລີຊອນ ສູນໜ້າ ໄວ 25 ປີ ຈາກສະເປີ ທີ່ຖືກແຟນບານຫລາຍຄົນຍົກວ່າ: ເປັນຈອມ Acting ສະແດງອາການບາດເຈັບເກີນຈິງ ເມື່ອຖືກຄູ່ແຂ່ງປະທະ ແຕ່ຜົນງານຫລ້າສຸດຂອງ ຣິຊາລີຊອນ ສາມາດຍິງສອງປະຕູຊ່ວຍທັບ ແຊມບ້າ ທີມຊາດເບຣຊິນ ຊະນະ ການ້າ 3-0 ທີ່ເລອາຟ ປະເທດຝຣັ່ງ ເມື່ອວັນທີ 23 ກັນຍາຜ່ານມາ. ຣິຊາລີຊອນ ຍິງປະຕູທີສາມ ແລະ ທີສີ່ ໃຫ້ທັບແຊມບ້າ ໃນນາທີ 28′ ແລະ ນາທີ 40′ ສ່ວນປະຕູທຳອິດໄດ້ຈາກ ມາຣກິນຢັອສ ກອງຫລັງຈາກ ປາຣີ ແຊັງແຊກແມັງ ນາທີ 9′.

ປະຈຸບັນ ຣິຊາລີຊອນ ຍິງປະຕູໃຫ້ທີມຊາດເບຣຊິນໄປແລ້ວ 16 ປະຕູ ຈາກ 37 ນັດ, ນັດຕໍ່ໄປ ຈະຊ່ວຍທີມດວນກັບ ທີມຊາດຕູນີເຊຍ (ຕູນີຊີ້) ຄືນວັນທີ 27 ກັນຍານີ້ ຢູ່ສະໜາມປ໊າກເດີແປັງ ໃນນະຄອນຫລວງປາຣີ ປະເທດຝຣັ່ງ.

Photo: Confederação Brasileira de Futebol

Leave a Reply

Your email address will not be published. Required fields are marked *