ປັດຈຸບັນ ໄດ້ແລ້ວ 8 ທີມ ຈາກທັງໝົດ 12 ທີມ ຜ່ານການຄັດເລືອກສູ່ ໂອແລມປິກເກມ 2024 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ປະກອບມີ: ທີມຊາດເຢຍລະມັນ ແຊ້ມບານບ້ວງຊິງແຊ້ມໂລກຄັ້ງຫລ້າສຸດ ໄດ້ໄປ ໂອແລມປິກເກມ ເປັນຄັ້ງທີ 7, ທີມທີ 2 ແມ່ນ ເຊີເບຍ (ແຊັກບີ້) ຮອງແຊ້ມ ບານບ້ວງຊິງແຊ້ມໂລກ 2023 ໄດ້ໄປ ໂອແລມປິກເກມ ເປັນຄັ້ງທີ 5, ທີມທີ 3 ການາດ້າ ອັນດັບ 3 ບານບ້ວງຊິງແຊ້ມໂລກ 2023 ໄດ້ໄປ ໂອແລມປິກເກມ ເປັນຄັ້ງທີ 10, ທີມທີ 4 ສະຫະລັດ ອາເມຣິກາ ອັນດັບ 4 ບານບ້ວງຊິງແຊ້ມໂລກ 2023 ເຈົ້າຂອງຫລຽນຄຳ ໂອແລມປິກ 16 ສະໄໝ, ທັງເປັນແຊ້ມເກົ່າຄັ້ງຜ່ານມາ ໄດ້ໄປ ໂອແລມປິກເກມ ເປັນຄັ້ງທີ 20.
ທີມທີ 5 ອົດສະຕຣາລີ ໄດ້ສິດໃນນາມຕົວແທນຂອງຂົງເຂດໂອຊີເນຍ (ໂອເຊອານີ) ຫລັງຜົນງານດີສຸດໃນ ບານບ້ວງຊິງແຊ້ມໂລກ 2023 ໄດ້ໄປ ໂອແລມປິກເກມ ເປັນຄັ້ງທີ 16, ທີມທີ 6 ຍີ່ປຸ່ນ ໄດ້ສິດໃນນາມຕົວແທນຂອງທະວີບອາຊີ ຫລັງຜົນງານດີສຸດໃນ ບານບ້ວງຊິງແຊ້ມໂລກ 2023 ໄດ້ໄປ ໂອແລມປິກເກມ ເປັນຄັ້ງທີ 8, ທີມທີ 7 ເຊົາ ຊູດານ (ຊູດັງໃຕ້) ໄດ້ສິດໃນນາມເປັນຕົວແທນຈາກທະວີບອາຟຣິກາ ຫລັງຜົນງານດີສຸດໃນ ບານບ້ວງຊິງແຊ້ມໂລກ 2023 ໄດ້ໄປ ໂອແລມປິກເກມ ເປັນຄັ້ງທຳອິດ. ສ່ວນທີມທີ 8 ແມ່ນ ຝຣັ່ງ ໄດ້ເຂົ້າແຂ່ງຂັນໃນຖານະເຈົ້າພາບ.
ຂະນະທີ່ ອີກ 4 ທີມ ຈະທຳການຄັດເລືອກລະຫວ່າງວັນທີ 2 – 7 ກໍລະກົດ 2024 ໂດຍມີ 19 ທີມມາຮ່ວມຄັດເລືອກເຊັ່ນ: ສະເປນ (ແອັສປາຍ), ອີຕາລີ, ກຣິຊ (ເກຣັກ), ມອນເຕເນໂກຣ, ຟິນແລນ (ແຟັງລັງ), ຈໍເຈຍ (ຊັອກຊີ້), ສະໂລເວເນຍ (ສະໂລເວນີ), ລັດເວຍ (ລັດວີ), ລິດທົວເນຍ (ລີຕູອານີ), ນິວຊີແລນ (ນູແວນເຊລັງ), ຟີລິບປິນ, ເລບານອນ (ລີບັງ), ເບຣຊິນ, ເມັກຊິໂກ້ (ແມັກຊິກ), ເປີໂຕຣີໂກ້, ສາທາລະນະລັດ ໂດມີນີກັນ, ເອຢິບ, ອັງໂກລ້າ ແລະ ກົດດີວົວ (ໄອໂວຣີໂຄ໊ດ).
Photo: FIBA