TSONAHIRO ສະໜັບສະໜູນລໍ້ເລື່ອນ 6 ຊຸດ ໃຫ້ທັບນັກກິລາຄົນພິການລາວ ກຽມຮ່ວມ ເອຊຽນ ພາຣາເກມ ຄັ້ງທີ 4 ທີ່ຫາງໂຈວ່ ສປ ຈີນ

ພິທີມອບ-ຮັບການສະໜັບສະໜູນລໍ້ເລື່ອນ 6 ຊຸດ ຂອງບໍລິສັດ TSONAHIRO WORLD ໃຫ້ແກ່ນັກກິລາລໍ້ເລື່ອນຄົນພິການຍິງທີມຊາດລາວ ໄດ້ຈັດຂຶ້ນ ເມື່ອວັນທີ 8 ກັນຍາ 2023, ທີ່ສູນການແພດຟື້ນຟູໜ້າທີ່ການ ນະຄອນຫຼວງວຽງຈັນ ໃຫ້ກຽດມອບໂດຍ ເປັນການກ່າວມອບໂດຍທ່ານ Kei TAKEUCHI ປະທານບໍລິສັດ TSONAHIRO WORLD ກ່າວຮັບໂດຍທ່ານ ທອງຈັນ ດວງມາລາໄລ ປະທານສະຫະພັນກິລາບານບ້ວງລໍ້ເລື່ອນຄົນພິການແຫ່ງຊາດລາວ, ມີທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ທ່ານ ໂຄບະຍະຊິ ເຄອີຈິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ Eita Yashiro ປະທານກິດຕິມະສັກ ອົງການຄົນພິການອາຊີເພື່ອການພັດທະນາ (ADDP) ພ້ອມດ້ວຍບັນດາຫົວໜ້າກົມ-ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ຫົວໜ້າຫ້ອງການ ກະຊວງ ສສກ, ຮອງປະທານ ຄພລ ແລະ ພະນັກງານທີ່ກ່ຽວຂ້ອງຂອງທັງສອງພາກສ່ວນດັ່ງກ່າວເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ນາງ ຂັນທະລີ ສີຣິພົງພັນ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຍິ່ງຕໍ່ບໍລິສັດດັ່ງກ່າວ ທີ່ໄດ້ໃຫ້ການອຸປະຖຳຊ່ວຍເຫຼືອອຸປະກອນລໍ້ເລື່ອນໃຫ້ແກ່ນັກກິລາບານບ້ວງລໍ້ເລື່ອນທີມຊາດລາວ ແລະ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງອົງການ ADDP ທີ່ໄດ້ໃຫ້ການຊ່ວຍເຫຼືອການພົວພັນປະສານງານຍາດແຍ່ງການຊ່ວຍເຫຼືອຈາກອົງການຈັດຕັ້ງສັງຄົມຂອງປະເທດຍີ່ປຸ່ນ ການຊ່ວຍເຫຼືອໃນຄັ້ງນີ້ ສຸດແຕ່ມີຄວາມໝາຍຄວາມສຳຄັນຕໍ່ລັດຖະບານລາວ ກໍຄື ປະຊາຊົນລາວ ເວົ້າສະເພາະແມ່ນການພັດທະນາກິລາ-ກາຍະກຳຄົນພິການ ແລະ ຄົນປົກກະຕິທີ່ມີສ່ວນຮ່ວມ ເພື່ອສ້າງໄດ້ມີບັນຍາກາດສົດໃສໃນສັງຄົມ ເຮັດໃຫ້ພົນລະເມືອງຄົນລາວ ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ມີນໍ້າໃຈກິລາ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ສົ່ງເສີມໃຫ້ຄົນພິການລາວ ທີ່ດ້ອຍໂອກາດ ໄດ້ມີໂອກາດເຂົ້າຮ່ວມຂະບວນການເຄື່ອນໄຫວກິລາ ນັບມື້ນັບຫຼາຍຂຶ້ນເທື່ອລະກ້າວ ເວົ້າສະເພາະແມ່ນຕໍ່ກາ່ນພັດທະນາກິລາບານບ້ວງລໍ້ເລື່ອນຄົນພີການລາວ ໃຫ້ໄດ້ມີອຸປະກອນການຝຶກແອບ-ຝຶກຊ້ອມ ໄດ້ມາດຕະຖານໃນລະດັບສາກົນ ເພື່ອເຂົ້າຮ່ວມແຂ່ງຂັນກິລາລະດັບສາກົນ ກໍຄື ເຂົ້າຮ່ວມງານແຂ່ງຂັນກິລາເອຊຽນ ພາຣາເກມ ທີ່ຫາງໂຈວ່ ສປ ຈີນ ເປັນເຈົ້າພາບ.

ຂ່າວໂດຍ ສົງການ ພັນແພງດີ

Leave a Reply

Your email address will not be published. Required fields are marked *