ທີມຊາດອັງກິດ ຜົນງານຂີ້ຮ້າຍສຸດໃນຮອບ 22 ປີ ເມື່ອຍິງປະຕູແບບ open play ບໍ່ໄດ້ເລີຍ ໃນ 5 ນັດຫລັງສຸດ!!

ທັບສາມພະຍາສິງ ທີມຊາດອັງກິດ ປະສົບກັບບັນຫາຟອມຕົກອີກຄັ້ງ ໂດຍນັດຫລ້າສຸດບຸກເສຍໃຫ້ ທັບອັຊຊູຣີ້ ທີມຊາດອີຕາລີ 0-1 ເຕະບານ ຢູຟ້າ ເນຊັ່ນລີກ ລີກ A ລະດູການ 2022-23 ເຮັດໃຫ້ ທີມຊາດອັງກິດ ຕົກຊັ້ນຈາກ ລີກ A ແນ່ນອນແລ້ວ ມີພຽງ 2 ຄະແນນ ຈາກ 5 ນັດ ເສຍ 3 ສະເໝີ 2 ແລະ ພົບກັບ ອີຕາລີ 6 ນັດຫລັງສຸດລວມທຸກລາຍການ ຍັງບໍ່ຊະນະ ເສຍ 3 ສະເໝີ 3.

ການປະລາໄຊນັດນີ້ ກາຍເປັນຜົນງານທີ່ຂີ້ຮ້າຍສຸດໃນຮອບ 22 ປີ ເມື່ອບໍ່ສາມາດຍິງປະຕູແບບ open play ບໍ່ໄດ້ເລີຍ ໃນ 5 ນັດຫລັງສຸດ ໂດຍບໍ່ລວມຈຸດໂທດ ລວມ 495 ນາທີ ແລະ ບໍ່ຊະນະໃນ 5 ນັດຫລັງສຸດ ເປັນຄັ້ງທຳອິດໃນຮອບ ປີ ຕໍ່ຈາກປີ 2014 ຖ້າຟອມເປັນແບບນີ້ ບານໂລກ ທ້າຍປີນີ້ ທີ່ກ້າຕ້າ ໜ້າເປັນຫ່ວງ ໂດຍອັງກິດ ຢູ່ກຸ່ມ B ຮ່ວມກັບ ອີຣານ, ສະຫະລັດ ອາເມຣິກາ ແລະ ເວວ, ເປັນງານໜັກຂອງຄູຝຶກ ແກເຣັດ ເຊົາເກດ ແນ່ນອນ ທີ່ຕ້ອງເລັ່ງປັບແກ້ບັນຫາ ກ່ອນບານໂລກ ຈະເກີດຂຶ້ນໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວາປີນີ້.

Photo: UEFA EURO 2024

Leave a Reply

Your email address will not be published. Required fields are marked *