ທີມຊາດອັງກິດ ເຮັດໃຫ້ ແຟນບານຜິດຫວັງອີກແລ້ວ! ບຸກເສຍໃຫ້ ອີຕາລີ 0-1 ຕົກຊັ້ນຈາກ ລີກ A ຢູຟ້າ ເນຊັ່ນລີກ

ທັບສາມພະຍາສິງ ທີມຊາດອັງກິດ ປະສົບກັບບັນຫາອີກຄັ້ງ ເມື່ອຜົນງານອອກມາບໍ່ເປັນດັ່ງທີ່ຄາດຫວັງ ຫລ້າສຸດບຸກເສຍໃຫ້ ທັບອັຊຊູຣີ້ ທີມຊາດອີຕາລີ 0-1 ເຕະບານ ຢູຟ້າ ເນຊັ່ນລີກ ລະດູການ 2022-23 ອີຕາລີ ໄດ້ປະຕູໄຊຈາກ ເຈຍໂກໂມ້ ຣາສປາໂດຣີ້ ກອງໜ້າຈາກນາໂປລີ ນາທີ 68′.

ການປະລາໄຊນັດນີ້ ເຮັດໃຫ້ ທີມຊາດອັງກິດ ຕົກຊັ້ນຈາກ ລີກ A ຢູຟ້າ ເນຊັ່ນລີກ ແນ່ນອນແລ້ວ ມີພຽງ 2 ຄະແນນ ຈາກ 5 ນັດ ເສຍ 3 ສະເໝີ 2. ອີຕາລີ ພົບກັບ ອັງກິດ 6 ນັດຫລັງສຸດລວມທຸກລາຍການ ຍັງບໍ່ເສຍ ຊະນະ 3 ສະເໝີ 3.

ສຳລັບຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ທັບອິນຊີເຫລັກ ທີມຊາດເຢຍລະມັນ ເສຍຄາບ້ານໃຫ້ ຮັງກາຣີ (ຮົງກາຣີ) 0-1 ຈາກປະຕູໂທນຂອງ ອາດຳ ຊາລາຍ ກອງໜ້າຈາກ ບາເຊິນ ນາທີ 17′ ເຢຍລະມັນ ພາຍໃຕ້ການຄຸມທີມຂອງ ຮານຊີ້ ຟລິກ ເສຍເປັນນັດທຳອິດຈາກ 15 ນັດ.

ສະຫລຸບຕາຕະລາງຄະແນນຂະນະນີ້ ຜ່ານໄປ 5 ນັດ ຮົງກາຣີ ເປັນທີມນຳ ມີ 10 ຄະແນນ, ອັນດັບສອງ ອີຕາລີ ມີ 8 ຄະແນນ ທັງສອງທີມລຸ້ນຊິງທີໜຶ່ງຂອງກຸ່ມ ເພື່ອເຂົ້າຮອບ 4 ທີມ ໃນນັດສຸດທ້າຍ, ຂະນະທີ່ ເຢຍລະມັນ ມີ 6 ຄະແນນ ໝົດສິດລຸ້ນເຂົ້າຮອບ 4 ທີມ ແລະ ອັງກິດ ມີ 2 ຄະແນນ ຕົກຊັ້ນຄັງທຳອິດ ໄປຫລິ້ນ ລີກ B ລະດູການໜ້າ. ນັດສຸດທ້າຍຂອງກຸ່ມ ອັງກິດ ພົບ ເຢຍລະມັນ ແລະ ຮົງກາຣີ ພົບ ອີຕາລີ ຈະແຂ່ງຂັນຄືນວັນທີ 26 ກັນຍານີ້.

Photo: UEFA EURO 2024

Leave a Reply

Your email address will not be published. Required fields are marked *