ຂະບວນການຖີບລົດສາມັກຄີ ແລະ ແຂ່ງຂັນລົດຖີບ ສະເຫລີມສະຫລອງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2022

ຂະບວນການຖີບລົດສາມັກຄີ ແລະ ແຂ່ງຂັນລົດຖີບ ຄັ້ງນີ້ ຈັດຂຶ້ນໃນຕອນເຊົ້າວັນທີ 24 ກັນຍາ 2022 ທີ່ສະໜາມຫລວງໜ້າສະພາແຫ່ງຊາດລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ທັງເປັນປະທານຄະນະມິດຕະພາບ ລັດຖະສະພາ ລາວ-ຫວຽດນາມ, ທ່ານ ຫງວຽນບ່າຮຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອົງການຈັດຕັ້ງສາກົນ ແລະ ມວນຊົນເຂົ້າຮ່ວມຫລາຍພັນຄົນ.

ຂະບວນການຖີບລົດສາມັກຄີ ແລະ ແຂ່ງຂັນລົດຖີບ ຄັ້ງນີ້ ເປັນໜຶ່ງໃນກິດຈະກຳສະເຫລີມສະຫລອງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2022 ຄື: ວັນຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ເພື່ອໃຫ້ສອງວາລະສຳຄັນນີ້ ມີຫລາກຫລາຍກິດຈະກຳທີ່ມີຄວາມໝາຍ ຄວາມສຳຄັນ ຢ່າງເລິກເຊິ່ງ ແລະ ມີບັນຍາກາດທີ່ຟົດຟື້ນ.

ຂະບວນການຖີບລົດສາມັກຄີ ແລະ ແຂ່ງຂັນລົດຖີບ ເທື່ອນີ້ ແມ່ນເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ເຫັນໄດ້ເຖິງຄວາມມີນໍ້າໃຈ ໄມຕີຈິດມິດຕະພາບ ລະຫວ່າງມວນຊົນ ແລະ ນັກກິລາທີ່ເຂົ້າຮ່ວມທັງຜູ້ອາວຸໂສ, ໄວໜຸ່ມ ແລະ ເດັກນ້ອຍ ຕ່າງກໍພ້ອມໃຈກັນມາຮ່ວມກິດຈະກຳ ເພາະເປັນກິດຈະກຳທີ່ດີ ນອກຈາກສະເຫລີມສະຫລອງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ແລ້ວ, ຍັງເປັນການສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບ ແລະ ສົ່ງເສີມການທ່ອງທ່ຽວຕື່ມອີກ.

ພາບ: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News

Leave a Reply

Your email address will not be published. Required fields are marked *