ຜົນຈັບສະຫລາກການແຂ່ງຂັນເຕະບານຍິງ-ຊາຍ ຊິງແຊ້ມທົ່ວປະເທດ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ໃນວັນທີ 23 ກັນຍານີ້ ທີ່ສະຫະພັນບານເຕະແຫ່ງຊາດລາວ, ໂດຍມີ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ ສະເພາະເຕະບານຊາຍ ມີ 16 ທີມ ເຂົ້າຮ່ວມ ແບ່ງອອກເປັນ 4 ສາຍ, ສາຍລະ 4 ທີມ ເຊິ່ງຜົນການຈັບສະຫລາກປະກົດວ່າ: ສາຍ ຄ: ແຂວງຈຳປາສັກ ແຊ້ມເກົ່າ ແລະ ແຂວງຫລວງພະບາງ ຮອງແຊ້ມ ຄັ້ງຜ່ານມາ ຢູ່ຮ່ວມກຸ່ມດຽວກັນ ພ້ອມກັບ ແຂວງສະຫວັນນະເຂດ ແລະ ຫົວພັນ ຖືວ່າເປັນສາຍທີ່ແຂງສຸດ; ສ່ວນ ສາຍ ກ ປະກອບມີ: ແຂວງຊຽງຂວາງ, ບໍ່ແກ້ວ, ວຽງຈັນ ແລະ ບໍລິຄຳໄຊ; ສາຍ ຂ ມີ: ນະຄອນຫລວງວຽງຈັນ, ຫລວງນໍ້າທາ, ເຊກອງ ແລະ ຄຳມ່ວນ ແລະ ສາຍ ງ ມີ: ແຂວງອັດຕະປື, ໄຊສົມບູນ, ອຸດົມໄຊ ແລະ ໄຊຍະບູລີ. ຮູບແບບການແຂ່ງຂັນພົບກັນໝົດໃນສາຍແບບຮອບດຽວ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະສາຍ ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ.
ຂະນະທີ່ ທີມຍິງ ມີ 9 ທີມເຂົ້າຮ່ວມ ແບ່ງເປັນ 2 ສາຍ ປະກົດວ່າ: ສາຍ ກ ປະກອບມີ 5 ທີມຄື: ຈຳປາສັກ, ນະຄອນຫລວງວຽງຈັນ, ຫລວງພະບາງ, ວຽງຈັນ ແລະ ໄຊຍະບູລີ, ສ່ວນ ສາຍ ຂ ປະກອບມີ 4 ທີມຄື: ສະຫວັນນະເຂດ, ບໍລິຄຳໄຊ, ອຸດົມໄຊ ແລະ ແຂວງຊຽງຂວາງ. ຮູບແບບການແຂ່ງຂັນພົບກັນໝົດໃນສາຍແບບຮອບດຽວ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະສາຍ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ.
ປະເພດທີມຍິງ ຈະແຂ່ງຂັນໃນລະຫວ່າງວັນທີ 9-21 ຕຸລານີ້, ຂະນະທີ່ ທີມຊາຍ ຈະແຂ່ງຂັນໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 12 ພະຈິກ 2022 ນີ້, ທັງທີມຍິງ ແລະ ທີມຊາຍ ແຂ່ງຂັນທີ່ນະຄອນຫລວງວຽງຈັນ.
Photo: LaoFF