ເຊບັສຕຽນ ຣິເວຣ້າ (Sebastián Rivera) ອະດີດນັກເທັນນິສ ແລະ ຄູຝຶກເທັນນິສຊາວຊິລີ (ຊິເລ່) ກວດພົບຈົງໃຈລັອກຜົນການແຂ່ງຂັນເຖິງ 64 ຄັ້ງ ເຊິ່ງເປັນສະຖິຕິສູງທີ່ສຸດໃນໂລກ ນັບຕັ້ງແຕ່ໜ່ວຍງານດ້ານຈາລິຍະທຳຂອງເທັນນິສນາໆຊາດກວດພົບ, ເຮັດໃຫ້ ເຊບັສຕຽນ ຣິເວຣ້າ ຖືກປັບໄໝ 250,000 ໂດລາສະຫະລັດ ແລະ ຖືກລົງໂທດຫ້າມຫຍຸ້ງກ່ຽວກັບວົງການເທັນນິສຕະຫລອດຊີວິດ.
ຣິເວຣ້າ ໄວ 36 ປີ ກວດພົບວ່າ: ຈົງໃຈຊັກຊວນຜູ້ອື່ນມາຮ່ວມລັອກຜົນການແຂ່ງຂັນ ໂດຍມີການວາງແຜນເປັນຢ່າງດີ ໂດຍບໍ່ເກງກົວຕໍ່ກົດລະບຽບ, ເຊບັສຕຽນ ຣິເວຣ້າ ອັນດັບໂລກ ເຄີຍຂຶ້ນສູງສຸດທີ 705 ໃນເດືອນກັນຍາປີ 2009 ເກັບໄຊຊະນະໄດ້ 115 ນັດຈາກທັງໝົດ 218 ນັດ ແລະ ບໍ່ໄດ້ຫລິ້ນເທັນນິສອາຊີບເລີຍມາແຕ່ປີ 2017.