ມາກ ໂນໂບ້ ຕຳນານກອງກາງຂອງ ເວັສແຮມ ມາຮັບໜ້າທີ່ໃໝ່ເປັນຜູ້ອຳນວຍການດ້ານກິລາຂອງສະໂມສອນ

ມາກ ໂນໂບ້ ຕຳນານກອງກາງຂອງສະໂມສອນ ເວັສແຮມ ຢູໄນເຕັດ ພາຍຫລັງປະກາດອຳລາອາຊີບບໍ່ດົນກັບຕົ້ນສັງກັດ ເມື່ອລະດູການຜ່ານມາ ຫລ້າສຸດມາຮັບໜ້າທີ່ໃໝ່ກັບ ເວັສແຮມ ດ້ວຍການເປັນຜູ້ອຳນວຍການດ້ານກິລາຂອງສະໂມສອນ ໂດຍຈະເລີ່ມງານຕັ້ງແຕ່ວັນທີ 2 ມັງກອນ ປີ 2023 ເປັນຕົ້ນໄປ.

ໂນໂບ້ ໄວ 35 ປີ ເຕີບໂຕມາຈາກອາຄາເດມີ້ຂອງ ເວັສແຮມ ມາແຕ່ປີ 2000 ແລະ ກ້າວຂຶ້ນທີມຊຸດໃຫຍ່ໃນປີ 2004 ລົງຫລິ້ນຊ່ວຍທີມທັງໝົດ 568 ນັດລວມທຸກລາຍການ ຍິງໄດ້ 63 ປະຕູ ແລະ ຮັບໜ້າທີ່ເປັນກັບຕັນທີມມາແຕ່ປີ 2015 ເຄີຍໄດ້ຮັບລາງວັນນັກເຕະດີເດັ່ນຂອງສະໂມສອນ 2 ລະດູການ: 2011–12 ແລະ 2013–14.

Photo: West Ham United

Leave a Reply

Your email address will not be published. Required fields are marked *