ປີສາດແດງ ແມນເຊັສເຕີ ຢູໄນເຕັດ ເປີດເຜີຍຜົນປະກອບການດຳເນີນທຸລະກິດ ໃນລະດູການຜ່ານມາ 2021-22 ສະໂມສອນຂາດທຶນເຖິງ 115.5 ລ້ານປອນ ເຖິງວ່າທີມມີລາຍໄດ້ເພີ່ມຂຶ້ນ 18% ລວມລາຍໄດ້ທັງໝົດ 583.2 ລ້ານປອນ ແຕ່ເມື່ອຫັກລົບການໃຊ້ຈ່າຍແມ່ນຫລາຍກວ່າລາຍໄດ້ ແລະ ເມື່ອປຽບທຽບກັບລະດູການກ່ອນ 2020-21 ຂາດທຶນເພີ່ມຂຶ້ນ 23.3 ລ້ານປອນ.
ລາຍງານລະບຸອີກວ່າ: ປີ 2021 ທີມມີໜີ້ 419.5 ລ້ານປອນ ແລະ ປີນີ້ ມີໜີ້ສິນເພີ່ມເປັນ 514.9 ລ້ານປອນ ເພີ່ມຂຶ້ນ 22%. ທັງນີ້ ລະດູການຜ່ານມາ ແມນຢູ ໃຊ້ເງິນຊື້ນັກເຕະລາຄາສູງ ເປັນຕົ້ນ ຣາຟາເອວ ວາຣານ, ຈາດອນ ຊານໂຊ້ ແລະ ຄຣິສເຕຍໂນ້ ໂຣນາວໂດ້ ລວມທັງການຈ່າຍຄ່າແຮງງານໃຫ້ນັກກິລາສູງຂຶ້ນ ຫລັກ 61.6 ລ້ານປອນ ເພີ່ມຂຶ້ນ 19.1% ຈາກລາຍຈ່າຍລວມ 384.2 ລ້ານປອນ ສູງສຸດໃນພຣີເມ່ຍລີກ ທຳລາຍສະຖິຕິຂອງ ແມນເຊັສເຕີ ຊິຕີ້ ທີ່ຈ່າຍສູງສຸດ 355 ລ້ານປອນ.
ນອກຈາກນີ້ ແມນຢູ ຍັງຈ່າຍເງິນຊົດເຊີຍໃຫ້ແກ່ ໂອເລ່ ກຸນນ້າ ໂຊຊາ ອະດີດຜູ້ຈັດການທີມ ແລະ ຣາຟ ຣັງນິກ ຜູ້ຈັດການທີມຊ່ວຍຄາວ ລວມໄປເຖິງຄະນະຄູຝຶກຂອງທັງສອງ ລວມ 24.7 ລ້ານປອນ.
Photo: Manchester United