ເຕະບານ ຢູຟ້າ ເນຊັ່ນລີກ ລະດູການ 2022-23 ນັດທີ 5 ຂອງລີກ A ກຸ່ມທີ 4 ເມື່ອວັນທີ 22 ກັນຍາຜ່ານມາ ທີມຊາດເນເທີແລນ (ໂຮນລັງ) ພາຍໃຕ້ການຄຸມທີມຂອງ ລຸຍ ຟານເກົາ ອະດີດຄູຝຶກ ແມນເຊັສເຕີ ຢູໄນເຕັດ ພາທີມຜົນງານດີຕໍ່ເນື່ອງ ບຸກຊະນະ ທີມຊາດໂປແລນ (ໂປໂລຍ) 2-0 ໄດ້ປະຕູຈາກ: ໂຄດີ້ ເກັກໂປ ປີກຈາກ ພີເອັສວີ ໄອໂຮເຟັນ ນາທີ 13‘ ແລະ ສະຕີເຟັນ ເບີກໄວ ກອງໜ້າຈາກອາແຈັກ ນາທີ 60’. ລຸຍ ຟານເກົາ ເຂົ້າມາຄຸມ ໂຮນລັງ ເທື່ອນີ້ 14 ນັດ ຍັງບໍ່ເສຍ ຊະນະ 10 ສະເໝີ 4.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ເບວຢ້ຽມ (ແບນຊິກ) ຊະນະ ເວວ 2-1 ຜ່ານໄປ 5 ນັດທຸກທີມ ໂຮນລັງ ຍັງເປັນທີມນຳ ມີ 13 ຄະແນນ ນຳອັນດັບສອງ ທີມຊາດແບນຊິກ 3 ຄະແນນ ທັງສອງທີມຈະພົບກັນໃນນັດສຸດທ້າຍ ຊິງທີໜຶ່ງຂອງກຸ່ມ ເພື່ອເຂົ້າຮອບ 4 ທີມຕໍ່ໄປ ຊຶ່ງ ໂຮນລັງ ໄດ້ປຽບ ເພາະນັດທຳອິດທີ່ພົບກັນ ບຸກຊະນະ 4-1 ນັດນີ້ ໄດ້ຫລິ້ນຢູ່ບ້ານ ຖ້າເສຍບໍ່ເກີນ 2 ໜ່ວຍ ເຂົ້າຮອບ 4 ທີມທັນທີ, ຂະນະທີ່ ໂປໂລຍ ມີ 4 ຄະແນນ ແລະ ເວວ ມີ 1 ຄະແນນ ລຸ້ນໜີຕົກຊັ້ນ ໃນນັດສຸດທ້າຍ ໂດຍນັດສຸດທ້າຍ ເວວ ຈະເປີດບ້ານພົບ ໂປໂລຍ ຖ້າ ເວວ ຊະນະ 1-0 ບໍ່ຕົກຊັ້ນ ແຕ່ຖ້າຊະນະ 2-1 ຫລື ຫລື ບໍ່ເກີນສອງໜ່ວຍ ເວວ ຕົກຊັ້ນທັນທີ, ນັດສຸດທ້າຍຂອງທັງສອງຄູ່ໃນກຸ່ມນີ້ ຈະແຂ່ງຂັນວັນທີ 25 ກັນຍາ 2022.
ສ່ວນໃນຄືນນີ້ ມີແຂ່ງຂັນ 7 ຄູ່, ສະເພາະລີກ A ມີແຂ່ງຂັນ 2 ຄູ່ ກຸ່ມທີ 3: ເຢຍລະມັນ ພົບ ຮົງກາຣີ ແລະ ອີຕາລີ ພົບ ອັງກິດ ແຂ່ງພ້ອມກັນ ເວລາ 1:45.
Photo: OnsOranje