ຊີຣູ ສ້າງປະຫວັດສາດເປັນນັກເຕະອາຍຸຫລາຍສຸດ ຍິງປະຕູໃຫ້ທີມຊາດຝຣັ່ງ ນັດຊະນະ ອັອສເຕຣຍ 2-0 ເຕະບານ ຢູຟ້າ ເນຊັ່ນລີກ 2022-23

ໂອລີວີເຢ່ ຊີຣູ ສູນໜ້າຈາກສະໂມສອນ ເອຊີ ມິລານ ສ້າງປະຫວັດສາດເປັນນັກເຕະອາຍຸຫລາຍສຸດ ຍິງປະຕູໃຫ້ທີມຊາດຝຣັ່ງ ນັດທີ່ແຊ້ມໂລກ 2018 ເປີດບ້ານຊະນະ ທີມຊາດອັອສເຕຣຍ (ໂອຕຣິດ) 2-0 ເຕະບານ ຢູຟ້າ ເນຊັ່ນລີກ ລະດູການນີ້ ນັດທີ 5 ຂອງລີກ A ກຸ່ມທີ 1 ເມື່ອວັນທີ 22 ກັນຍາຜ່ານມາ.

ຊີຣູ ຍິງປະຕູທີສອງໃຫ້ທີມຊາດຝຣັ່ງ ໃນນາທີ 65‘ ພາຍຫລັງ ຄີລຽນ ເອັມບັບເປ້ ຍິງປະຕູທຳອິດ ນາທີ 56 ຊີຣູ ສ້າງສະຖິຕິໃໝ່ ດ້ວຍອາຍຸ 35 ປີ 357 ວັນ ຫລາຍກວ່າສະຖິຕິເກົ່າຂອງ ໂຣເຈີ ມາຣເຊ້ ຕຳນານແບັກຊ້າຍທີມຊາດຝຣັ່ງ ທີ່ສ້າງໄວ້ໃນປີ 1959: 70 ວັນ. ຂະນະນີ້ ຊີຣູ ຍິງປະຕູໃຫ້ທີມຊາດຝຣັ່ງໄປແລ້ວ 49 ໜ່ວຍ ຕາມຫລັງ ດາວຍິງສູງສຸດ ເທ່ຍຣີ້ ອ໋ອງຣີ ພຽງ 2 ປະຕູ.

ສຳລັບຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ໂຄຣເອເຊຍ ຊະນະ ເດັນມາກ 2-1 ຜ່ານໄປ 5 ນັດທຸກທີມ ໂຄຣເອເຊຍ ຂຶ້ນເປັນທີມນຳ ມີ 10 ຄະແນນ ນຳອັນດັບສອງ ທີມຊາດເດັນມາກ 1 ຄະແນນ ທັງສອງທີມລຸ້ນຊິງທີໜຶ່ງຂອງກຸ່ມ ໃນນັດສຸດທ້າຍ ເພື່ອເຂົ້າຮອບ 4 ທີມຕໍ່ໄປ, ຂະນະທີ່ ຝຣັ່ງ ມີ 5 ຄະແນນ ແລະ ໂອຕຣິດ ມີ 4 ຄະແນນ ລຸ້ນໜີຕົກຊັ້ນ ໃນນັດສຸດທ້າຍ ໂດຍນັດສຸດທ້າຍ ເດັນມາກ ພົບ ຝຣັ່ງ ແລະ ໂອຕຣິດ ພົບ ໂຄຣເອເຊຍ ຈະແຂ່ງຂັນວັນທີ 25 ກັນຍານີ້.

Photo: Équipe de France de Football

Leave a Reply

Your email address will not be published. Required fields are marked *