ຟາບີໂອ ແຄນນາວາໂຣ ອະດີດກັບຕັນທີມຊາດອີຕາລີ ເຈົ້າຂອງລາງວັນບັນລົງດໍຣ ປີ 2006 ຖືກແຕ່ງຕັ້ງເປັນຄູຝຶກສະໂມສອນ ເບເນເວັນໂຕ້ ທີມໃນເຊຣີບີ ລີກອັນດັບສອງຂອງອີຕາລີ ເຊິ່ງກາຍເປັນສະໂມສອນທຳອິດທີ່ ແຄນນາວາໂຣ ໄດ້ມາຄຸມໃນບ້ານເກີດ ລວມທັງໃນເອີຣົບ ພາຍຫລັງກ່ອນໜ້ານີ້ ເຄີຍຄຸມແຕ່ທີມໃນລີກຊາອຸດິອາຣາເບຍ ແລະ ສປ ຈີນ ເຊັ່ນ: ອາວນັສເຊີ, ກວາງໂຈວ ເອເວີແກຣນ, ທ່ຽນຈິນ ກວນຈ້ຽນ ແລະ ທີມຊາດຈີນ.
ແຄນນາວາໂຣ ໄວ 49 ປີ ອຳລາອາຊີບໃນປີ 2011 ກັບສະໂມສອນ ອາວ ອາລີ ໃນລີກສູງສຸດຂອງຊາອຸດິອາຣາເບຍ ແລະ ກ້າວເປັນຜູ້ຊ່ວຍຄູຝຶກຂອງສະໂມສອນ ແລະ ຄຸມທີມເຕັມໂຕໃນປີ 2014 ກັບສະໂມສອນ ກວາງໂຈວ ເອເວີແກຣນ ພາທີມຄວ້າແຊ້ມລີກສູງສຸດ ແລະ ເອຟເອຄັບຂອງຈີນ ຢ່າງລະໜຶ່ງສະໄໝ ແລະ ໄດ້ລາງວັນຄູຝຶກດີເດັ່ນຂອງຈີນ ໜຶ່ງຄັ້ງ. ສຳລັບ ເບເນເວັນໂຕ້ ຕົກຊັ້ນຈາກ ເຊຣີອາ ໃນລະດູການ 2020-21 ປະຈຸບັນ ຢູ່ອັນດັບທີ 13 ໃນເຊຣີບີ ມີ 7 ຄະແນນ 6 ນັດ.
Photo: Benevento Calcio