ເທັນນິສ Laver Cup ທີມເອີຣົບ ປະທະ ທີມນາໆຊາດ ເປີດສາກຄວາມມັນ 23 ກັນຍານີ້ ທີ່ອັງກິດ

ການແຂ່ງຂັນເທັນນິສ Laver Cup ທີ່ເອົາທີມເອີຣົບ ປະທະກັບ ທີມນາໆຊາດ ຈະລະເບີດຄວາມມັນ ໃນວັນທີ 23-25 ກັນຍານີ້ ທີ່ສະໜາມໂອທູ ອາຣີນ້າ ໃນນະຄອນຫລວງລອນດອນ ປະເທດອັງກິດ. ສຳລັບ ທີມເອີຣົບ ແຊ້ມເກົ່າ 4 ສະໄໝຊ້ອນ ນຳທັບໂດຍ: ໂຣເຈີ ເຟດເດີເຣີ ອະດີດນັກເທັນນິສ ມື 1 ຂອງໂລກ ຊາວສະວິດເຊີແລນ ໂດຍຈະປະກາດຈະອຳລາອາຊີບ ຫລັງຈົບລາຍການນີ້ ແລະ ມີ: ແຄັສເປີ ຣຸດ ມື 2 ຂອງໂລກ ຈາກນໍຣເວ (ນອກແວ), ຣາຟາເອວ ນາດາວ ມື 3 ຂອງໂລກ ຈາກສະເປນ (ແອັສປາຍ), ສະເຕຟານັອສ ຊິດຊີປັສ ມື 6 ຂອງໂລກ ຈາກເກຣັກ (ກຣິຊ), ໂນວັກ ໂຢໂຄວິກ ມື 7 ຂອງໂລກ ຈາກເຊີເບຍ (ແຊັກບີ້) ແລະ ແອນດີ້ ເມີເຣ່ ມື 43 ຂອງໂລກ ຈາກສະຫະຣາຊອານາຈັກ, ໝາຍວ່າມີອະດີດມື 1 ຂອງໂລກເຖິງ 4 ຄົນ ແລະ ຕົວສຳຮອງສອງຄົນ ມັດຕີໂອ້ ແບຣັດຕີນີ້ ມື 15 ຂອງໂລກ ຈາກອີຕາລີ ແລະ ຄາເມຣ້ອນ ນໍຣີ້ ມື 8 ຂອງໂລກ ຈາກສະຫະຣາຊອານາຈັກ.

ສ່ວນທີມລວມນາໆຊາດ ປະກອບມີ: ເທເລີ ຟຣິດ ມື 12 ຂອງໂລກ ຈາກອາເມຣິກາ, ຟີລິບ ອໍແກ ອາເລຍຊິມ ທີ 13 ຂອງໂລກ ຈາກການາດ້າ, ເດໂກ້ ສະວັອດແມ້ນ ທີ 17 ຂອງໂລກ ຈາກອາເຈນຕິນ້າ (ອາກຊັງຕິນ), ຟານເຊັສ ເທຍໂຟ້ ມື 19 ຂອງໂລກ ຈາກອາເມຣິກາ, ອາເລັກ ເດີ ມີໂນ ທີ 22 ຂອງໂລກ ຈາກອົດສະຕຣາລີ ແລະ ແຈັກຊັອກ ທີ 128 ຂອງໂລກ ຈາກອາເມຣິກາ ແລະ ຕົວສຳຮອງໜຶ່ງຄົນ ທອມມີ້ ພໍລ ອັນດັບ 29 ຂອງໂລກ ຈາກອາເມຣິກາ.

ຮູບແບບການແຂ່ງຂັນມີປະເພດດ່ຽວ ແລະ ປະເພດຄູ່, ມື້ທຳອິດ ຊະນະຕໍ່ນັດ ໄດ້ 1 ຄະແນນ, ມື້ທີສອງ ຊະນະຕໍ່ນັດ ໄດ້ 2 ຄະແນນ, ມື້ທີສາມ ຊະນະຕໍ່ນັດ ໄດ້ 3 ຄະແນນ, ທີມທີ່ໄດ້ 13 ຄະແນນກ່ອນເປັນຜູ້ຊະນະ ໂດຍມື້ໜຶ່ງຈະແຂ່ງ 4 ນັດ, ປະເພດດ່ຽວ 3 ນັດ ແລະ ຄູ່ 1 ນັດ, ຄະແນນລວມທັງໝົດ 24 ຄະແນນ, ຖ້າສະເໝີກັນ 12 ຕໍ່ 12 ຄະແນນ ທີມທີ່ຊະນະແຕ້ມທີສຸດທ້າຍ ຫລື ແຕ້ມທີ 24 ແມ່ນເປັນຜູ້ຊະນະ.

Photo: Laver Cup

Leave a Reply

Your email address will not be published. Required fields are marked *