ຟອຍ ເມເວເທີ ຈູເນ່ຍ ນັກມວຍຊາວອາເມຣິກາ ເຈົ້າຂອງສະຖິຕິໄຮ້ປະລາໄຊ ຕ້ອງການດວນໝັດກັບ ຄໍເນີ ແມັກເກຣເກີ ນັກມວຍຄົບເຄື່ອງ ຊາວສາທາລະນະລັດໄອຣແລນ (ອຽກລັງ) ອີກຄັ້ງໃນປີ 2023 ພາຍຫລັງເຄີຍທ້າປະລອງດວນໝັດກັນໃນປີ 2017 ຜ່ານມາ ດ້ວຍກະຕິກາມວຍສາກົນທີ່ ຟອຍ ເມເວເທີ ຖະໜັດ ແລະ ຄັ້ງນັ້ນ ຟອຍ ເມເວເທີ ຈູເນ່ຍ ເປັນຝ່າຍຊະນະນັອກ ແມັກເກຣເກີ ໃນຍົກທີ 10 ຈາກທັງໝົດ 12 ຍົກ.
ປະຈຸບັນ ຟອຍ ເມເວເທີ ຈູເນ່ຍ ອາຍຸ 45 ປີ ເຖິງວ່າປະກາດຫ້ອຍນວມມາຫລາຍກວ່າ 5 ປີ ແຕ່ກໍຂຶ້ນສັງວຽນຊົກລາຍການພິເສດມາແລ້ວ 3 ຄັ້ງ, ຊະນະທັງ 3 ຄັ້ງ ແບບທີ່ໄດ້ປຽບຄູ່ຕໍ່ສູ້ຊັດເຈນ, ຫລ້າສຸດພົບກັບ ດອນມົວ ໃນວັນທີ 21 ພຶດສະພາປີນີ້.
ຂະນະທີ່ ຄໍເນີ ແມັກເກຣເກີ ຕອນນີ້ ອາຍຸ 34 ປິ ເປັນນ້ອງ ຟອຍ ເມເວເທີ 11 ປີ ການຂຶ້ນຊົກສອງຄັ້ງຫລັງສຸດໃນເດືອນມັງກອນ ແລະ ເດືອນກໍລະກົດປີນີ້ ພົບກັບຄວາມປະລາໄຊທັງສອງຄັ້ງ ດ້ວຍການເສຍນັອກ.
ສະຖິຕິຂອງ ຄໍເນີ ແມັກເກຣເກີ ໃນສັງວຽນມວຍຄົບເຄື່ອງ Mixed martial arts ຊະນະ 22 ເສຍ 6 ນັອກຄູ່ແຂ່ງ 19 ຄັ້ງ, ສ່ວນ ຟອຍ ເມເວເທີ ຈູເນ່ຍ ຍັງຍຶດສະຖິຕິໄຮ້ປະລາໄຊ ໃນສັງວຽນມວຍສາກົນ ຊະນະລວດ 50 ຄັ້ງ, ໃນນີ້ ນັອກຄູ່ແຂ່ງ 27 ຄັ້ງ.
Photo: Floyd Mayweather, Conor McGregor