ບຣູໄນ ເຈົ້າພາບ ເສຍໃຫ້ ເມົາດິບ 0-3 ນັດຕໍ່ໄປ ດວນກັບ ທີມຊາດລາວ 27 ກັນຍານີ້

ເຕະບານອຸ່ນເຄື່ອງລະດັບທີມຊາດ ລາຍການ FIFA DAY ທີ່ປະເທດບຣູໄນ ໃນວັນທີ 21-27 ກັນຍານີ້ ໂດຍມີ ທີມເຂົ້າຮ່ວມຄື: ເມົາດິບ, ສປປ ລາວ ແລະ ບຣູໄນ ເຈົ້າພາບ ເພື່ອເປັນການທົດສອບທີມ ກ່ອນລຸຍລາຍການ AFF Mitsubishi Electric Cup 2022 ທ້າຍປີນີ້ ທັງເປັນການເກັບຄະແນນອັນດັບໂລກ (ຟີຟ້າ ແຣງກີ້ງ).

ຜົນການແຂ່ງຂັນນັດທີໜຶ່ງ ໃນວັນທີ 21 ກັນຍາຜ່ານມາ, ເຈົ້າພາບ ບຣູໄນ ເສຍໃຫ້ ທີມຊາດເມົາດິບ (ມານດິວ) 0-3 ຈາກ: ອີບຣາຮິມ ວາຮີດ ຮັດຊານ ນາທີ 35‘, ຮຳຊ້າ ໂມຮາເໝັດ ນາທີ 74′ ແລະ ຮັດຊານ ຣາອິຟ ອາເໝັດ ນາທີ 90+3’. ນັດທີສອງ ທີມຊາດລາວ ຈະພົບກັບ ເມົາດິບ ວັນທີ 24 ກັນຍານີ້ ເວລາ 15:00 ຕາມເວລາໃນປະເທດລາວ.

ສ່ວນຜົນການອຸ່ນເຄື່ອງຄູ່ອື່ນໆທີ່ໜ້າສົນໃຈ: ຫວຽດນາມ ເປີດສະໜາມທົ່ງເຫງັດ ໃນນະຄອນໂຮຈີມິນ ຊະນະ ທີມຊາດສິງກະໂປ 4-0 ຈາກປະຕູຂອງ ຫງວຽນວັນກ້ຽດ ນາທີ 37′, ຫງວຽນແທັງເງິນ ນາທີ 50′ ໂຮໂຕ່ນຕ໋າຍ ນາທີ 71’ແລະ ຄັວດວັນຄາ ນາທີ 84′. ນັດຕໍ່ໄປ ຫວຽດນາມ ຈະພົບກັບ ອິນເດຍ ວັນທີ 27 ກັນຍານີ້.

Photo: Football Association of Brunei Darussalam

Leave a Reply

Your email address will not be published. Required fields are marked *