ໄບຣຕັ້ນ, ນິວຄາສເຊິນ ແລະ ລີດ ຢູໄນເຕັດ 3 ທີມທີ່ຟອມດີໃນ 3 ນັດທຳອິດຂອງ ພຣີເມ່ຍລີກ ລະດູການນີ້ ຍັງຜົນງານດີຕໍ່ເນື່ອງ ຫລ້າສຸດຜ່ານເຂົ້າຮອບ 3 ຄາຣາບາວ ຄັບ 2022-23 ໃນຄໍ່າຄືນຜ່ານມາ, ໄບຣຕັ້ນ ແອນ ໂຮຟ ອາວບ້ຽນ ບຸກຊະນະ Forest Green Rovers ທີມຈາກລີກວັນ (ລີກອັນດັບ 3 ຂອງປະເທດ) 3-0, ນິວຄາສເຊິນ ບຸກຊະນະ Tranmere Rovers ທີມຈາກລີກທູ (ລີກອັນດັບ 4 ຂອງປະເທດ) 2-1 ແລະ ລີດ ຢູໄເຕັດ ເປີດບ້ານຊະນະ Barnsley ທີມຈາກລີກວັນ 3-1.
ສ່ວນອີກ 9 ທີມໃນ ພຣີເມ່ຍລີກ ກໍຜ່ານໄດ້ເຊັ່ນ: ແອັສຕັນ ວິນລ້າ, ເອຟເວີຕັນ, ນ໊ອດຕິ້ງແຮມ ຟໍເຮັສທ໌, ເລັສເຕີ, ວູຟແຮມຕັນ, ເຊົາແທ່ມຕັນ, ເບັນຟອດ, ບຣອນມັດ ແລະ ຄຣິສຕັນ ພາເລດ ແຕ່ ຟູແລ່ມ ຕົກຮອບ.
Photo: Brighton and Hove Albion, Newcastle United, Leeds United