ເຕະບານ ຢູຟ້າ ເນຊັ່ນລີກ ລະດູການ 2022-23 ລີກ B ກຸ່ມທີ 1 ໃນຄືນວັນທີ 21 ກັນຍາຜ່ານມາ, ທີມຊາດສະກັອດແລນ ເປີດບ້ານຄວ້າໄຊເໜືອ ທີມຊາດຢູເຄຣນ (ອູແກຣນ) 3-0 ໄດ້ປະຕູຈາກ ຈອນ ແມັກກິນ ກອງກາງຈາກແອັສຕັນ ວິນລ້າ ນາທີ 70‘ ແລະ ລິນດ້ອນ ໄດສ໌ສູນໜ້າຈາກສະໂມສອນ ຄວີນປ໊າກ ແຣນເຈີ ເປັນຕົວສຳຮອງ ລົງມາຍິງສອງປະຕູ ນາທີ 80′, 87’.
ໄຊຊະນະນັດນີ້ ເຮັດໃຫ້ ສະກັອດແລນ ຂຶ້ນເປັນທີມນຳ ມີ 9 ຄະແນນຈາກ 4 ນັດ ນຳອັນດັບສອງ ອູແກຣນ 2 ຄະແນນ, ນັດຕໍ່ໄປ ສະກັອດແລນ ຈະເປີດບ້ານພົບກັບ ສາທາລະນະລັດໄອຣແລນ (ອຽກລັງ) ແລະ ອູແກຣນ ຈະໄປຢາມ ອາກເມນີ້ ວັນທີ 24 ກັນຍານີ້.
ສຳລັບຄໍ່າຄືນນີ້ ມີແຂ່ງຂັນ 10 ຄູ່, ສະເພາະ ລີກ 4 ຄູ່: ຝຣັ່ງ ພົບ ໂອຕຣິດ, ໂຄຣເອເຊຍ ພົບ ເດັນມາກ, ແບນຊິກ ພົບ ເວວ ແລະ ໂປໂລຍ ພົບ ໂຮນລັງ ແຂ່ງພ້ອມກັນ ເວລາ 1:45.
Photo: Scotland National Team