ສອງນັກເຕະຈາກ ເສືອໃຕ້ ບາເຢິນ ມິວນິກ: ມານູເອວ ນອຍເອີ ຫົວໜ້າທັບອິນຊີເຫລັກ ທີມຊາດເຢຍລະມັນ ແລະ ເລອອນ ໂກເຣັດກ້າ ກອງກາງຕົວຫລັກຂອງທີມ ກວດພົບຕິດເຊື້ອໂຄວິດ-19 ອົດຊ່ວຍທີມຊາດເຢຍລະມັນ ດວນກັບ ທີມຊາດຮັງກາຣີ (ຮົງກາຣີ) ແລະ ອັງກິດ ໃນວັນທີ 23 ແລະ 26 ກັນຍານີ້ ການແຂ່ງຂັນເຕະບານ ຢູຟ້າ ເນຊັ່ນລີກ ສອງນັດສຸດທ້າຍຂອງ ລີກ A ກຸ່ມທີ 3 ລະດູການ 2022-23.
ສຳລັບທີມຊາດເຢຍລະມັນຊຸດນີ້ ຄູຝຶກ ຮານຊີ້ ຟລິກ ຜູ້ຮັກສາປະຕູນຳໂດຍ: ມາກ ອັງເດຣ ເຕ ສະເຕເກັນ ຈາກບາຣເຊໂລນ້າ, ເຄວິນ ແທັບ ຈາກໄອແທັກ ແຟັງເຟີດ, ກອງຫລັງນຳໂດຍ: ອນໂຕນີໂອ ຣູດີເກີ ຈາກຣຽວ ມາດຣິດ, ນິກລາສ ຊູເລ່ ຈາກດັອດມຸນ, ໂຣບິນ ໂກເຊັ້ນ ຈາກອິນເຕີ ມິລານ, ທີໂລ ເຄເລີ ຈາກເວັສແຮມ, ມາຕ້ຽດ ກິນເຕີ ຈາກໄຟຣບວກ, ສ່ວນ ມາຣໂກ ຣອຍ ຈາກດັອດມຸນ ຖອນຕົວຍ້ອນມີອາການບາດເຈັບ.
ກອງກາງນຳທັບໂດຍ: ອີຄາຍ ກຸນໂດກັນ ຈາກແມນຊິຕີ້, ຢາມາວ ມູເຊຍລ້າ, ໂຈຊົວ ຄິມມິກ ຈາກບາເຢິນ ມິວນິກ, ຄາຍ ຮາແວັດ ຈາກເຊວຊີ, ໂຢນາສ ຮັອຟແມ້ນ ຈາກກັດບັກ; ສູນໜ້າ: ໂທມັສ ມຸນເລີ, ເລຣອຍ ຊາເນ່, ແຊັກ ຫງ່າບຣີ້ ຈາກບາເຢິນ ມິວນິກ ແລະ ຕີໂມ ແວເນີ ຈາກໄລຊິກ.
ສຳລັບສອງນັດສຸດທ້າຍຂອງທີມຊາດເຢຍລະມັນ ເກມ ຢູຟ້າ ເນຊັ່ນລີກ ລີກ A ກຸ່ມທີ 3 ວັນທີ 23 ກັນຍານີ້ ເປີດບ້ານພົບກັບ ຮົງກາຣີ ເວລາ 1:45 ແລະ ວັນທີ 26 ກັນຍາ ໄປຢາມ ອັງກິດ ເວລາ 1:45. ຂະນະນີ້ ເຢຍລະມັນ ມີ 6 ຄະແນນຈາກ 4 ນັດ ຕາມຫລັງ ຮົງກາຣີ ທີມນຳພຽງ 1 ຄະແນນ ຍັງມີລຸ້ນເປັນທີໜຶ່ງຂອງກຸ່ມ ເພື່ອເຂົ້າຮອບ 4 ທີມສຸດທ້າຍ.
Photo: Germany Football Team