ຝ່າຍຈັດການແຂ່ງຂັນລົດສູດໜຶ່ງ ຟໍຣມູລ້າວັນ (Formula 1) ອອກມາປະກາດຢືນຢັນວ່າ: ປະຕິທິນການແຂ່ງຂັນໃນປີ 2023 ແມ່ນມີທັງໝົດ 24 ສະໜາມ ຫລາຍສຸດເປັນສະຖິຕິໃໝ່ ໂດຍລາຍການໃໝ່ທີ່ຈະເຂົ້າມາເສີມແມ່ນ ລາສເວກັສ ກຣັງປຣີ ທີ່ສະຫະລັດອາເມຣິກາ, ລວມທັງ ລາຍການ ກາຕ້າ ກຣັງປຣີ ທີ່ປະເທດກາຕ້າ ແລະ ລາຍການ ໄຊນິສ ກຣັງປຣີ ທີ່ປະເທດຈີນ ທີ່ກັບມາແຂ່ງຂັນອີກຄັ້ງ ພາຍຫລັງສະພາບໂຄວິດ-19 ດີຂຶ້ນ.
ສຳລັບ F1 ຈຳນວນ 24 ສະໜາມ ໃນປີ 2023 ປະກອບມີ: ປະເທດບາເຣນ, ຊາອຸດິອາຣາເບຍ, ອົດສະຕຣາລີ, ສປ ຈີນ, ອາເຊີໄບຈັນ, ສະຫະລັດອາເມຣິກາ 3 ສະໜາມ, ອີຕາລີ 2 ສະໜາມ, ໂມນາໂຄ, ແອັສປາຍ, ການາດ້າ, ໂອຕຣິດ, ສະຫະຣາຊອານາຈັກ, ຮົງກາຣີ, ແບນຊິກ, ໂຮນລັງ, ສິງກະໂປ, ຍີ່ປຸ່ນ, ກາຕ້າ, ເມັກຊິໂກ້, ເບຣຊິນ ແລະ ສະຫະລັດ ອາຣັບ ເອມີເຣດ.
Photo: F1