ບັນຍາກາດການແຂ່ງຂັນລົດຈັກທາງລຽບ ຊິງແຊ້ມໂລກ ລາຍການ ໂມໂຕຈີພີ ສະໜາມທີ 15 ປະຈຳປີ 2022 ລາຍການ ອາຣາກ້ອນ ກຣັງປຣີ ທີ່ສະໜາມ MotorLand Aragón, ປະເທດແອັສປາຍ ຄວາມຍາວຕໍ່ຮອບ 5.077 ແມັດ ຄວາມມັນຢູ່ທີ່ຮອບສຸດທ້າຍ ຮອບທີ 23 ການຍາດຊິງອັນດັບໜຶ່ງ ລະຫວ່າງສອງນັກຂັບຊາວອີຕາລີຈາກທີມ ດູຄາຕິ, ຟຣານເຊັສໂກ້ ແບັກໄນອາ ແຊ້ມ 4 ສະໜາມຜ່ານມາ ກັບ ເອເນຍ ບາສເຕຍນີນີ້.
ປະກົດວ່າ: ບາສເຕຍນີນີ້ ແຊງຊະນະ ແບັກໄນອາ ແບບຫວຸດວິດ ເວລາລວມ 41 ນາທີ 35.462 ວິນາທີ ເອົາຊະນະ ແບັກໄນອາ ພຽງສ້ຽວວິນາທີ 0.042 ໄດ້ແຊ້ມເປັນສະໜາມທີ 4 ໃນປີນີ້, ຂະນະທີ່ ແຊ້ມໂລກປີຜ່ານມາ ຟາບີໂອ ກົວຕາຣາໂຣ້ ຊາວຝຣັ່ງ ຈາກຄ້າຍຢາມາຮາ ແຂ່ງບໍ່ຈົບ ເກີດອຸບັດຕິເຫດໃນລະຫວ່າງການອອກໂຕ, ທາງດ້ານ ມາກ ມາຣເກັຊ ນັກຂັບຊາວແອັສປາຍ ແຊ້ມໂລກ 6 ສະໄໝ ກໍແຂ່ງບໍ່ຈົບເຊັ່ນກັນ ເກີດອຸບັດຕິເຫດໃນຮອບທີ 1.
ສະຫລຸບຄະແນນລວມນັກຂັບ ຜູ້ນຳຍັງຄົງເປັນແຊ້ມເກົ່າ ຟາບີໂອ ກົວຕາຣາໂຣ້ ມີ 211 ຄະແນນ ອັນດັບສອງ ຟຣານເຊັສໂກ້ ແບັກໄນອາ ມີ 201 ຄະແນນ, ທີສາມ ອາເລັກ ເອັສປາກາໂຣ ມີ 194 ຄະແນນ, ສ່ວນ ເອເນຍ ບາສເຕຍນີນີ້ ຢູ່ທີ 4 ມີ 163 ຄະແນນ. ຄະແນນທີມຜູ້ສ້າງ ທີມນຳແມ່ນ ດູຄາຕິ ມີ 346 ຄະແນນ, ທີສອງ ອາພຣີເລຍ ມີ 217 ຄະແນນ ແລະ ທີສາມ ຢາມາຮ່າ ມີ 213 ຄະແນນ.
ສະໜາມຕໍ່ໄປ ສະໜາມທີ 16 ລາຍການ ເຈແປນນິສ ກຣັງປຣີ ທີ່ສະໜາມ Mobility Resort Motegi, ປະເທດຍີ່ປຸ່ນ ວັນທີ 23-25 ກັນຍານີ້.
Photo: MotoGP