ຄາລັອສ ອາວຄາຣາຊ ນັກເທັນນິສ ມື 1 ຂອງໂລກ ແຊ້ມແກຣນສະແລມ ຢູເອັສ ໂອເພັນ ຄົນຫລ້າສຸດ ຊ່ວຍທີມຊາດສະເປນ (ແອັສປາຍ) ເຂົ້າຮອບ 8 ທີມສຸດທ້າຍ ເທັນນິສ ທີມຊາຍ ຊິງແຊ້ມໂລກ ຫລື Davis Cup 2022.
ຮອບແບ່ງກຸ່ມ ກຸ່ມ B ແຂ່ງຂັນທີ່ບາເລັນເຊຍ ປະເທດແອັສປາຍ ອາວຄາຣາຊ ເກັບໄຊຊະນະໄດ້ 2 ນັດ ເສຍ 1 ນັດ ແຕ່ໄດ້ເພື່ອນຮ່ວມທີມ ໂຣແບໂຕ້ ເບົາຕິສຕ້າ ອາກຸດ ແລະ ອາວເບີດ ຣາມັອສ ວິໂນລາສ ລວມທັງ ປະເພດຄູ່ ມາຣເຊວ ກາຣນໍເລີ ແລະ ເປໂດຣ ມາຣຕີເນັຊ ຊ່ວຍທີມຊະນະ 2 ເສຍ 1 ຊະນະ ແຊັກບີ້ 3-0 ຄູ່, ຊະນະ ສາທາລະນະລັດເກົາຫລີ 3-0 ຄູ່ ແລະ ເສຍໃຫ້ ການາດ້າ 1-2 ຄູ່ ແຕ່ພຽງພຊເປັນທີໜຶ່ງຂອງກຸ່ມ ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ, ການາດ້າ ເປັນທີສອງຂອງກຸ່ມ ໄດ້ເຂົ້າຮອບ 8 ທີມສຸດທ້າຍເຊັ່ນກັນ, ສ່ວນ ແຊັກບີ້ ແລະ ສາທາລະນະລັດເກົາຫລີ ຕົກຮອບ.
ຜົນກຸ່ມອື່ນ ກຸ່ມ A ໄດ້ສອງທີມເຂົ້າຮອບຄື: ອີຕາລີ ແລະ ໂຄຣເຊເຊຍ, ກຸ່ມ C: ເຢຍລະມັນ ແລະ ອົດສະຕຣາລີ, ກຸ່ມ D: ເນເທີແລນ (ໂຮນລັງ) ແລະ ສະຫະລັດ ອາເມຣິກາ.
ຮອບ 8 ທີມສຸດທ້າຍ ແອັສປາຍ ພົບ ໂຄຣເອເຊຍ, ໂຮນລັງ ພົບ ອົດສະຕຣາລີ, ເຢຍລະມັນ ພົບ ການາດ້າ ແລະ ອີຕາລີ ພົບກັບ ສະຫະລັດ ອາເມຣິກາ ຈະແຂ່ງຂັນໃນວັນທີ 22-24 ກັນຍານີ້ ໂດຍຮອບ 8 ທີມສຸດທ້າຍ ຈົນເຖິງຮອບຊິງຊະນະເລີດແຂ່ງຂັນທີ່ປະເທດແອັສປາຍ.
Photo: Davis Cup