ທີມຊາດລາວຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ໄມເຄິນ ໄວສ໌ ໄດ້ເດີນທາງໄປອຸ່ນເຄື່ອງທີ່ປະເທດບຣູໄນ ໃນວັນທີ 21 ກັນຍານີ້ ໃນລາຍການ FIFA DAY ເພື່ອເປັນການທົດສອບທີມ ກ່ອນລຸຍລາຍການ AFF Mitsubishi Electric Cup 2022 ທ້າຍປີນີ້ ທັງເປັນການເກັບຄະແນນອັນດັບໂລກ (ຟີຟ້າ ແຣງກີ້ງ).
ການອຸ່ນເຄື່ອງຄັ້ງນີ້ ມີ 3 ປະເທດເຂົ້າຮ່ວມຄື: ບຣູໄນ ເຈົ້າພາບ, ເມົາດິບ (ມານດິວ) ແລະ ສປປ ລາວ ໂດຍຕາຕະລາງແຂ່ງຂັນຂອງທີມຊາດລາວ.
– ວັນທີ 24 ກັນຍາ 2022 ທີມຊາດລາວ ພົບ ມານດິບ ເວລາ 15:00 ຕາມເວລາໃນປະເທດລາວ ທີ່ຊ້າກວ່າ ບຣູໄນ 1 ຊົ່ວໂມງ.
– ວັນທີ 27 ກັນຍາ 2022 ທີມຊາດບຣູໄນ ພົບກັບ ທີມຊາດລາວ ເວລາ 15:00 ທຸກໆນັດແຂ່ງຂັນທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນນະຄອນຫລວງ Bandar Seri Begawan ປະເທດບຣູໄນ.

ສຳລັບ 23 ນັກກິລາທີມຊາດລາວຊຸດໃຫຍ່ ໃນການອຸ່ນເຄື່ອງຄັ້ງນີ້ ຄັດມາຈາກຈໍານວນ 31 ຄົນ ພາຍຫລັງດຳເນີນການຝຶກຊ້ອມມາແຕ່ວັນທີ 5 ກັນຍາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ປະກອບມີ:
– ຜູ້ຮັກສາປະຕູ
1. ພູນິນ ໄຊຍະສອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
2. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
3. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກິລາບານເຕະ ກອງທັບ
– ກອງຫລັງ
4. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
5. ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
6. ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
7. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ
8. ກ້າຫານ ເພັດສີວິໄລ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
9. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
10. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
11. ແອັດ ວຽງຄຳ ຈາກ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ
– ກອງກາງ
12. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
13. ພັດທະນາ ພົມມະເທບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
14. ອານຸສອນ ໄຊປັນຍາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
15. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
16. ພູວຽງ ພູມສະຫວັດ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ
17. ພີທັກ ກອງມາທິລາດ ຈາກ ສະໂມສອນ ກິລາບານເຕະ ນະຄອນ ປະຖົມ ( ໄທລີກ 2 )
18. ວັນນະສອນ ດວງໄມຕີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
19. ພຸດດາວີ ພົມມະສານ ຈາກ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ
– ກອງຫນ້າ
20. ບຸນພະຈັນ ບຸນກອງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
21. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
22. ເອກກະໄມ ລາດຊະຈັກ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
23. ວິສິດ ບຸນປະເສີດ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ.
ມາຮ່ວມສົ່ງກຳລັງໃຈໃຫ້ທີມຊາດລາວຊຸດນີ້ ໃຫ້ມີຜົນງານທີ່ດີ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ພາບ: LaoFF